ກາແດງລາວ ແລະ ສະພາກາຊາດໄທ ວາງແຜນຮັບມືກັບເຫດການສຸກເສີນ

ກອງປະຊຸມສຳມະນາກ່ຽວກັບການວາງແຜນຮັບມືເຫດການສຸກເສີນ, ໄດ້ໄຂຂຶ້ນໃນລະຫວ່າງວັນທີ 15-17 ສິງຫານີ້, ທີ່ປະເທດໄທ, ໂດຍການເປັນປະທານຂອງທ່ານ ສະວະນິດ ຄົງສິລິ ຜູ້ຊ່ວຍເລຂາທິການໃຫຍ່ສະພາກາຊາດໄທ, ມີທ່ານ ມາວັນ ຈີລານີ ຫົວໜ້າສຳນັກງານສະໜັບສະໜູນກຸ່ມປະເທດໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ, ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນເຂົ້າຮ່ວມຢ່າງພ້ອມພຽງ, ເພື່ອປຶກສາຫາລື ແລະ ວາງແຜນການຮ່ວມມືໃນວຽກງານສຸກເສີນຮ່ວມກັນ, ທັງເປັນການສ້າງຄວາມເຂົ້າໃຈຕໍ່ຄວາມສ່ຽງໄພພິບັດທີ່ອາດຈະເກີດຂຶ້ນທັງສອງປະເທດ ເປັນຕົ້ນໄພອັນຕະລາຍທີ່ເກີດຈາກສະພາບການປ່ຽນແປງດິນຟ້າອາກາດ, ຄວາມສ່ຽງໃນການໄດ້ຮັບຜົນກະທົບ, ສິ່ງທ້າທາຍ ແລະ ຄວາມອ່ອນແອຂອງຊຸມຊົນຕໍ່ຜົນກະທົບທີ່ຈະເກີດຂຶ້ນ, ພ້ອມທັງປຶກສາຫາລືການພັດທະນາທັກສະ, ຄວາມຮູ້ຄວາມສາມາດ ເພື່ອກຽມຮັບມືກັບໄພພິບັດ ແລະ ພະຍາດລະບາດຕ່າງໆທີ່ອາດຈະເກີດຂຶ້ນຈາກສະພາບການປ່ຽນແປງຂອງດິນຟ້າອາກາດ, ຂະນະດຽວກັນ ຍັງໄດ້ຮ່ວມກັນພັດທະນາຂີດຄວາມສາມາດ, ສັກກະຍະພາບໃຫ້ແກ່ອົງການກາແດງຂອງທັງສອງປະເທດ ແລະ ກາແດງແຂວງ, ກາແດງຈັງຫວັດ ທີ່ມີຊາຍແດນຕິດຈອດກັນໃນການປະຕິບັດວຽກງານ ແລະ ປະສານງານກັນໃຫ້ມີປະສິດທິພາບດີຂຶ້ນ, ສິ່ງສຳຄັນ ແມ່ນກຽມ ພ້ອມປັບຕົວຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນຢ່າງຫລີກລ້ຽງບໍ່ໄດ້ເພື່ອປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຮັບຜົນເສຍຫາຍໜ້ອຍທີ່ສຸດ.

