ຍີ່ປຸ່ນເລັ່ງຍົກເລີກຂໍ້ກຳນົດກວດໂຄວິດກ່ອນເດີນທາງ ຄາດມີຜົນບັງຄັບໃຊ້ມໍ່ໆນີ້

ໜັງສືພິມ Nikkei ຂອງຍີ່ປຸ່ນ ລາຍງານໃນວັນທີ 23 ສິງຫາວ່າ: ຍີ່ປຸ່ນອາດຍົກເລີກຂໍ້ກຳນົດໃນການກວດຫາເຊື້ອໂຄວິດກ່ອນອອກເດີນທາງ (Pre-Departure COVID-19 Tests) ສຳລັບນັກເດີນທາງທີ່ຈະເຂົ້າປະເທດ ແລະ ໄດ້ຮັບການສັກວັກຊີນແລ້ວ ໂດຍອາດມີຜົນບັງຄັບໃຊ້ໃນມໍ່ໆນີ້.
ໂດຍຍີ່ປຸ່ນຖືເປັນໜຶ່ງໃນປະເທດທີ່ມີມາດຕະການຄວບຄຸມຊາຍແດນເຂັ້ມງວດຫລາຍທີ່ສຸດ ໃນກຸ່ມປະເທດເສດຖະກິດຂະໜາດໃຫຍ່ ເຊິ່ງຜ່ານມານັກເດີນທາງທີ່ຕ້ອງການເຂົ້າປະເທດຈຳເປັນຕ້ອງສະແດງຜົນກວດເຊື້ອເປັນລົບທີ່ກວດພາຍໃນ 72 ຊົ່ວໂມງກ່ອນອອກເດີນທາງ.
ທ່ານ ຮິໂຣຄາສຶ ມັດສຶໂນະ ຫົວໜ້າເລຂາທິການຄະນະລັດຖະບານ ປະຕິເສດຈະໃຫ້ຄວາມເຫັນກ່ຽວກັບກຳນົດເວລາໃນການຫລຸດຜ່ອນມາດຕະການຄວບຄຸມຊາຍແດນ ໂດຍລະບຸວ່າ: ຂຶ້ນຢູ່ກັບສະພາບການແພ່ລະບາດຂອງໂຄວິດພາຍໃນ ແລະ ນອກປະເທດ.
ຂະນະທີ່ນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ເຊິ່ງກຳລັງພັກຟື້ນຈາກການຕິດໂຄວິດ ຫລັງມີຜົນກວດເປັນບວກໃນວັນທີ 21 ສິງຫາ ໄດ້ກ່າວໃນເດືອນພຶດສະພາຜ່ານມາວ່າ: ທ່ານຕ້ອງການໃຫ້ມາດຕະການຄວບຄຸມຊາຍແດນຂອງຍີ່ປຸ່ນສອດຄ່ອງກັບມາດຕະການຂອງປະເທດອື່ນໆໃນກຸ່ມ G7.
ນັບແຕ່ເດືອນມິຖຸນາຜ່ານມາ, ຍີ່ປຸ່ນໄດ້ເລີ່ມເປີດຮັບນັກທ່ອງທ່ຽວເປັນຄັ້ງທຳອິດໃນຮອບ 2 ປີ ເຖິງວ່າຜູ້ມາທ່ຽວຈະຕ້ອງໄດ້ຮັບວີຊາ ແລະ ມີຜູ້ນຳທ່ຽວ.
ໂດຍກຸ່ມທຸລະກິດພາຍໃນ ແລະ ຕ່າງປະເທດຮຽກຮ້ອງໃຫ້ທາງການຫລຸດຜ່ອນມາດຕະການຄວບຄຸມຊາຍແດນ ໂດຍລະບຸວ່າ: ມາດຕະການທີ່ເຂັ້ມງວດດັ່ງກ່າວມີຄວາມສ່ຽງຈະສົ່ງຜົນໃຫ້ເສດຖະກິດຍີ່ປຸ່ນຫລຸດຖອຍ.
ອ້າງອີງ:

