ແຜນຈຸດສຸມໃນ 6 ເດືອນທ້າຍປີ 2022 ຂອງນະຄອນຫລວງວຽງຈັນ

ວັນທີ 23 ສິງຫາ 2022 ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມ ຄັ້ງທີ່ 15 ທີ່ຫ້ອງວ່າການ ນວ ເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີຮອງເຈົ້າຄອງ ຫົວຫນ້າຫ້ອງວ່າການ ບັນດາຫົວຫນ້າ ຮອງຫົວຫນ້າພະແນກ ເຈົ້າເມືອງ ຮອງ ເຈົ້າເມືອງເຂົ້າຮ່ວມ.
ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອເປັນການປຶກສາຫາລື ຄົ້ນຄ້ວາບັນຫາທີ່ເກີດຂຶ້ນ ທີ່ຕິດພັນກັບແຜນຈຸດສຸມໃນ 6 ເດືອນທ້າຍປີ ສະນັ້ນ ກອງປະຊຸມຄັ້ງນີ້ຈະໄດ້ປຶກສາຫາລືຫຼາຍບັນຫາສໍາຄັນຄື
– ສະພາບພົ້ນເດັ່ນປະຈໍາເດືອນສິງຫາ ແລະ ແຜນຈຸດສຸມປະຈໍາເດືອນກັນຍາ
– ແຜນລ້ວງຄອງລະບາຍນ້ໍາໃນນວ
– ຄໍາສັ່ງວ່າດ້ວຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2023
– ຂໍ້ຕົກລົງວ່າດ້ວຍຄວາມຮັບຜິດຊອບໃຫ້ບັນດາພະແນກອົງການທຽບເທົ່າ ຈັດຕັ້ງປະຕິບັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ນວ ຊຸດທີ 2
– ຜົນກອງປະຊຸມປຶກສາຫາລືກັບແຂວງໜອງຄາຍປະເທດໄທ ເຊີນເຂົ້າຮ່ວມກິດຈະກໍາອອກພັນສາ ແລະ ສົ່ງເສີມການ ທ່ອງທ່ຽວສອງຝັ່ງຂອງລາວ-ໄທ
– ການຈັດຕັ້ງປະຕິບັດວາລະແຫ່ງຊາດຢູ່ ນວ ໄລຍະ 1 ເດືອນຜ່ານມາຕໍ່ຫ້ອງການສໍານັກງານນາຍົກ ລັດຖະມົນຕີ ການກະກຽມແຂ່ງກິລາປະຈໍາປີທົ່ວ ນວ ຄັ້ງທີ 2 ເມືອງສີໂຄດຕະບອງ ລະຫວ່າງວັນທີ 12-18 ຕຸລາ 2022
– ການແຂ່ງຂັນຊ່ວງເຮືອ ແລະ ງານຕະຫຼາດນັດວາງສະແດງສິນຄ້າປະຈໍາປີ 2022 ທີ່ສວນນ້ໍາອິນແປງ ເມືອງຫາດຊາຍຟອງ ວັນທີ 24-25 ກັນຍາ 2022
– ການລົງສໍາຫຼວດເກັບກໍາຂໍ້ມູນກໍານົດພື້ນທີ່ມໍລະດົກສວນວັດທະນະທໍາຊຽງຄວນ ແລະ ຮ່າງບົດສະເຫນີນໍາເອົາເປັນມໍລະດົກແຫ່ງຊາດປະຈໍາທ້ອງຖິ່ນ.
– ການກວດກາ ແລະ ປະເມີນການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍການສໍາປະທານໂຄງການພັດທະນາຕະຫຼາດເຊົ້າເປັນສູນການຄ້າທັນສະໄໝ.
– ວຽກງານການກໍານົດຫົວໜ່ວຍລາຄາການຊົດເຊີຍຜູ້ໄດ້ຮັບຜົນກະທົບຈາກໂຄງການພັດທະນາແຄມຂອງໄລຍະ 2