ເຈົ້າໜ້າທີ່ກັກກັນພືດ ປະຈໍາດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ທໍາລາຍພືດຜັກທີ່ນໍາເຂົ້າຜິດລະບຽບກົດໝາຍ ຈຳນວນ 3,9 ກວ່າໂຕນ

ໜັງສືພິມມວຽງຈັນໃໝ່ ລາຍງານໃຫ້ຮູ້ວ່າ: ວັນທີ 22 ສິງຫາ 2022 ເຈົ້າໜ້າທີ່ພາສີ ຮ່ວມກັບເຈົ້າໜ້າທີ່ກັກກັນພືດ ປະຈໍາດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຈັດພິທີທໍາລາຍພືດຜັກນໍາເຂົ້າຜິດລະບຽບ ຈໍານວນ 3.914 ກິໂລກຣາມ ໂດຍການເຂົ້າຮ່ວມຂອງ ທ່ານ ພັນໂທ ກິດອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ ຫົວໜ້າດ່ານຕໍາຫຼວດກວດຄົນເຂົ້າເມືອງດ່ານສາກົນຂົວມິດພາບລາວ-ໄທ ແຫ່ງທີ 1 ວຽງຈັນ-ຫນອງຄາຍ ທ່ານ ໜຽວຄໍາ ຄໍາມີນາທີ່ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ.

ທ່ານ ວັນນາ ຄໍາໂພໄຊ ຫົວໜ້າໜ່ວຍງານປ້ອງກັນພືດປະຈໍາດ່ານຂົວມິດພາບລາວ-ໄທ ແຫ່ງທີ 1 ລາຍງານວ່າ: ວັນທີ 18 ສິງຫາ 2022 ເຈົ້າໜ້າທີ່ກັກກັນພືດໄດ້ປະສານສົມທົບກັບເຈົ້າໜ້າພາສີສາກົນຂົວມິດຕະພາບລາວ-ໄທແຫ່ງທີ່ 1 ສາມາດກວດກາ ແລະ ກັກສິນຄ້າປະເພດຜັກນໍາເຂົ້າ ໂດຍລັກລອບເຂົ້າມານໍາດ້ວຍລົດໂດຍສານລະຫວ່າງປະເທດ ສາຍອຸດອນ-ວຽງຈັນ ສາມາດກັກພືດຜັກໄດ້ ເຊັ່ນ: ຜັກບົ່ວ ໝາກເລັ່ນ ໝາກບວບ ຫອມປ້ອມ ໝາກແຕງ ຜັກກາດ ແລະ ພືດຜັກອື່ນໆ ລວມທັງຫມົດ 3.914 ກິໂລກຣາມ ມູນຄ່າ 1.274 ໂດລາສະຫະລັດ ຫຼືປະມານ 19 ລ້ານກີບ ໃນນີ້ ແມ່ນປະເພດພືດຜັກນໍາ ເຂົ້າມາຜິດລະບຽບ ບໍ່ມີເອກະສານກ່ຽວຂ້ອງທາງດ້ານກັກກັນພືດ ເປັນຕົ້ນ ບໍ່ມີໃບອະນຸຍາດນໍາເຂົ້າ ແລະ ໃບຢັ້ງຢືນສຸຂານາໄມພືດຈາກປະເທດຕົ້ນທາງ ເປັນການລະເມີດຕໍ່ກົດໝາຍປ້ອງກັນພືດ ແລະ ກັກ ກັນພືດ ຫມວດທີ 1 ວ່າດ້ວຍການນໍາເຂົ້າ ໃນມາດຕາ 33 ຫາ 84 ວ່າດ້ວຍເອກະສານທີ່ຕ້ອງແຈ້ງ ແລະ ກວດກາກ່ອນການນໍາເຂົ້າ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊ່ວຍວຽກງານຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ ພາຍໃນປະເທດ ແລະ ຄຸ້ມຄ້ອງນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ສະບັບເລກທີ 4360/ກປ.ນວ ດັ່ງນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງໄດ້ປະຕິບັດ ຕາມລະບຽບການທຸກຂັ້ນຕອນໃຫ້ຖືກຕ້ອງ ສອດຄ່ອງ ແລະ ໂປ່ງໃສ.