ສຳນັກຂ່າວ BBC ລາຍງານຂ່າວວັນທີ 22 ສິງຫາ 2022 ຜ່ານມາວ່າ: ທ່ານ ລີ ຊຽນລຸງ (Lee Hsien Loong) ນາຍົກລັດຖະມົນຕີ ສິງກະໂປ ຈະຍົກເລີກ ກົດໝາຍ 377A ທີ່ຫ້າມຜູ້ຊາຍມີເພດສຳພັນກັບຜູ້ຊາຍ ຫລັງຈາກບັນຫານີ້ໄດ້ມີການໂຕ້ຖຽງກັນມາຫລາຍປີແລ້ວ ແລະ ການຕັດສິນໃຈ ຄັ້ງນີ້ ເປັນສິ່ງ ທີ່ຖືກຕ້ອງ ຊຶ່ງເປັນສິ່ງ ທີ່ຊາວສິງກະໂປ ສ່ວນໃຫຍ່ຈະຍອມຮັບໄດ້ ນອກນີ້ ຍັງຈະເຮັດໃຫ້ກຸ່ມຮັກຮ່ວມເພດດຽວກັນ ເປັນທີ່ຍອມຮັບໃນສັງຄົມຫລາຍຂຶ້ນ ແລະ ເຮັດໃຫ້ ກົດໝາຍ ຂອງສິງກະໂປ ສອດຄ່ອງ ກັບຮີບຄອງປະເພນີ ທາງສັງຄົມ ໃນປັດຈຸບັນ.