5 ສິ່ງທີ່ຄົນຍີ່ປຸ່ນເຮັດຕອນເຊົ້າເພື່ອຊ່ວຍຫລຸດນຳ້ໜັກ ແລະ ເຮັດໃຫ້ສຸຂະພາບແຂງແຮງ.

ຄົນຍີ່ປຸ່ນໃຫ້ຄວາມສຳຄັນກັບສຸຂະພາບລຳໄສ້ເປັນຢ່າງຍິ່ງ ເພາະພວກເຂົາຄຳນຶງວ່າລຳໄສ້ເປັນຫລັກສຳຄັນສຳລັບສຸຂະພາບ ແລະ ການຫລຸດນຳ້ໜັກ ຫາກສະພາບແວດລ້ອມຢູ່ລຳໄສ້ດີ ກໍຈະເຮັດໃຫ້ສຸຂະພາບດີໄປນຳ ແລະ ເຮັດໃຫ້ຈ່ອຍໄດ້ງ່າຍ. ມາເບິ່ງ 5 ພຶດຕິກຳທີ່ເຮັດໃນຕອນເຊົ້າແລ້ວຈະເຮັດໃຫ້ສຸຂະພາບດີ ແລະ ຈ່ອຍໄດ້ຈາກຄຳແນະນຳຂອງ ທ່ານ Junko Ouka ນັກບຳບັດສະໝອງ ແລະ ລຳໄສ້ຄົນຍີ່ປຸ່ນ ດັ່ງຕໍ່ໄປນີ້ :
- ກິນອາຫານໝັກດອງ, ອາຫານທີ່ມີເສັ້ນໄຍອາຫານ ແລະ ນຳ້ຕານໂອລິໂກແຊກຄາໄຣ : ການກິນອາຫານໝັກດອງ ເຊັ່ນ : ມິໂສະ, ໂຢເກິດ, ນັດໂຕະ ຫລື ຜັກດອງ ອາຫານທີ່ມີເສັ້ນໄຍອາຫານ ເຊັ່ນ : ສາຫລ່າຍທະເລ, ເຂົ້າເໝົ້າ, ເຂົ້າກໍ່າ, ເຂົ້າເບລ, ເຫັດ, ໝາກສາລີ ແລະ ນຳ້ຕານໂອລິໂກແຊກຄາໄຣຈາກອາຫານປະເພດ ໝາກກ້ວຍ, ຫົວຜັກບົ່ວໃຫຍ່, ນຳ້ເຜິ້ງ ຫລື ນຳ້ຕານໂອລິໂກແຊກຄາໄຣ ໃນປະລິມານທີ່ພໍດີ ຈະຊ່ວຍໃຫ້ຮ່າງກາຍມີການຂັບຖ່າຍທີ່ດີ ໂດຍສາມາດກິນແກງມິໂສະຫົວຜັກບົ່ວໃຫຍ່ກັບເຂົ້າກໍ່າ ຫລື ໂຢເກິດ ກັບໝາກກ້ວຍ ແລະ ເຂົ້າເບລ ຕື່ມເຂົ້າໄປໃນຄາບເຂົ້າໃນຕອນເຊົ້າໄດ້ຕາມໃຈມັກ.
- ກິນຜັກ ແລະ ໝາກໄມ້ : ເພາະອຸດົມໄປດ້ວຍວິຕາມິນ, ແຮ່ທາດ ແລະ ເສັ້ນໄຍອາຫານທີ່ດີຕໍ່ສຸຂະພາບ ແລະ ຊ່ວຍໃຫ້ການຂັບຖ່າຍສະດວກ. ໝາກໄມ້ທີ່ສາມາດກິນໄດ້ເປັນປະຈຳທຸກເຊົ້າ ໄດ້ແກ່ : ໝາກກ້ວຍ, ໝາກແອັບເປິ້ນ ແລະ ໝາກໄມ້ຕາມລະດູການ. ແນວໃດກໍຕາມ, ໝາກໄມ້ບາງຊະນິດມີລິດເຢັນ ຈຶ່ງຄວນລະວັງ ບໍ່ກິນໃນປະລິມານຫລາຍເກີນໄປ. ວິທີການເອົາມາກິນກໍສາມາດກິນສົດ, ກິນກັບໂຢເກິດ, ຍຳໝາກໄມ້, ຍຳສະຫລັດ ຫລື ໂຮຍໜ້າເຂົ້າໜົມປັງໄດ້ຕາມໃຈມັກ.
- ຫລີກເວັ້ນການກິນນຳ້ຕານໃນຕອນເຊົ້າ : ນຳ້ຕານເປັນອາຫານທີ່ດີສຳລັບແບັກທີເຣຍຊະນິດດີໃນລຳໄສ້ທີ່ບໍ່ຄວນກິນຫລາຍ ທັງໃນຕອນເຊົ້າ ແລະ ໝົດມື້. ການກິນນຳ້ຕານໃນປະລິມານຫລາຍເກີນໄປນອກຈາກຈະເຮັດໃຫ້ສະພາບແວດລ້ອມໃນລຳໄສ້ບໍ່ດີແລ້ວ ນຳ້ຕານຍັງໄປຈັບກັບໂປຣຕິນ ເຮັດໃຫ້ເກີດສານ AGE ເຊິ່ງເມື່ອສານຊະນິດນີ້ໄປຈັບກັບແຊນສ່ວນໃດໃນຮ່າງກາຍກໍຈະເຮັດໃຫ້ແຊນນັ້ນເສື່ອມສະພາບ ລວມເຖິງເຮັດໃຫ້ຜິວໜັງຫ່ຽວຍານເບິ່ງເຖົ້າໄວກ່ວາອາຍຸນຳອີກ. ຫາກຕ້ອງການຄວາມຫວານກໍສາມາດໃຊ້ນຳ້ຕານທີ່ດີຕໍ່ສຸຂະພາບລຳໄສ້ ເຊັ່ນ : ນຳ້ຕານໂອລິໂກແຊກຄາໄຣ ຫລື ນຳ້ເຜິ້ງແທນ ພ້ອມທັງລະມັດລະວັງນຳ້ຕານຈາກເຂົ້າໜົມຫວານ ແລະ ນຳ້ໝາກໄມ້ຕື່ມອີກ.
- ການອອກກຳລັງກາຍ : ການໄດ້ອອກກຳລັງກາຍໃນຕອນເຊົ້າ ຈະຊ່ວຍເພີ່ມການເຜົາຜານພະລັງງານ ແລະ ເຮັດໃຫ້ອັດຕາການເຜົາຜານພະລັງງານພື້ນຖານຂອງຮ່າງກາຍສູງໄດ້ໝົດມື້. ນອກຈາກນີ້, ການອອກກຳລັງກາຍຍັງຊ່ວຍເຮັດໃຫ້ການໄຫລວຽນເລືອດດີ ແລະ ເຮັດໃຫ້ລຳໄສ້ເຄື່ອນໂຕຢ່າງຂັນແຂງ ໂດຍວິທີການອອກກຳລັງກາຍທີ່ດີ ແມ່ນການບໍລິຫານຮ່າງກາຍ, ການຝຶກກ້າມຊີ້ນ, ການຍ່າງ ແລະ ແລ່ນ ເປັນຕົ້ນ.
- ອາບແສງຕາເວັນຍາມເຊົ້າ : ການເປີດຜ້າກັ້ງຮັບແສງແດດອ່ອນໆ ແລະ ສືບລົມຫາຍໃຈເຂົ້າເລິກໆໃນຕອນເຊົ້າ ມີຂໍ້ດີຕໍ່ສຸຂະພາບ ຄື ເຮັດໃຫ້ຮ່າງກາຍຫລັ່ງສານເຊໂຣໂທນິນ ເຊິ່ງເປັນສານທີ່ຊ່ວຍໃຫ້ນອນຫລັບໄດ້ແຈບດີໃນຕອນກາງຄືນ ແລະ ເຮັດໃຫ້ລຳໄສ້ເຮັດວຽກໄດ້ດີ ທັງການສືບລົມຫາຍໃຈເຂົ້າໄປເລິກໆ ພ້ອມກັບແນມຂຶ້ນໄປເທິງທ້ອງຟ້າ ຍັງຊ່ວຍໃຫ້ລະບົບປະສາດອັດຕະໂນມັດເຮັດວຽກໄດ້ຢ່າງດຸ່ນດ່ຽງ ສົ່ງຜົນໃຫ້ຮູ້ສຶກຜ່ອນຄາຍໄດ້ດີ.
- ສຸຂະພາບລຳໄສ້ດີ ເປັນພື້ນຖານສຳຄັນຂອງສຸຂະພາບກາຍ, ສຸຂະພາບຈິດ ແລະ ຄວາມງາມ ຫາກຢາກມີສຸຂະພາບທີ່ແຂງແຮງ ລວມໄປເຖິງການຮັກສາຮູບຮ່າງໃຫ້ງາມສົມສ່ວນຕາມໄວໄປດົນໆ ກໍລອງປະຕິບັດຕາມວິທີທີ່ກ່າວມາຂ້າງເທິງນັ້ນໄດ້.

