ອິນເດຍ ຜະເຊີນນ້ຳຖ້ວມທາງພາກເໜືອຢ່າງໜັກ ມີຜູ້ເສຍຊີວິດ15ຄົນ

ຕາມ​ຂ່າວ​ຈາກ AFP,​ເມື່ອ​ບໍ່​ດົນ​ມາ​ນີ້, ອິນເດຍ ພວມ​ຜະ​ເຊີນ​ກັບ​ ສະພາບ​ ນ້ຳ​ຖ້ວມ ກະທັນຫັນ ​ແລະ ດິນ​ເຈື່ອນ ​ໃກ້​ພູ​ຫິມາ​ໄລ ທາງ​ພາກ​ເໜືອ​ ຂອງ​ປະ​​ເທດ ​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 15ຄົນ ​ແລະ ​ໄດ້​ຮັບ​ ຄວາມ​ເສຍ​ຫາຍ ​ເປັນ​ບໍລິ​ເວນ​ກວ້າງ.

ຜູ້​ຊ່ຽວຊານ​ໄດ້​ກ່າວ​ວ່າ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາ​ກາດ​ໃນ​ທົ່ວ​ໂລກໄດ້​ເຮັດ​ໃຫ້​ຫລາຍ​ເຂດປະ​ສົບ​ກັບ​ສະ​ພາບອາ​ກາດທີ່​ຮ້າຍ​ແຮງ.

ຂະນະທີ່ ໂຄງການ ສ້າງເຂື່ອນ ໃນອິນເດຍ ​ໄດ້​ຕັດ​ໄມ້ ທໍາລາຍປ່າໄມ້​ແລະ ການ​ພັດທະນາ​ພື້ນຖານໂຄງ​ລ່າງ​ຂອງ​ປະ​ເທດ ເຮັດໃຫ້ເກີດ ໄພພິບັດ ທາງທໍາມະຊາດ ເລື້ອຍໆ ແລະ ມີ​ຜູ້ເສຍຊີວິດ ຫລາຍຄົ ໃນແຕ່ລະປີ ​​ເປັນຕົ້ນ: ​ໃນ​ເດືອນ​ກໍລະກົດ ມີ​ຜູ້​ເສຍ​ຊີວິດ 8 ຄົນຫລັງ​ຈາກ​ເກີດ​ນ້ຳ​ຖ້ວມ​ໃນ​ບໍລິ​ເວ​ຍຄ້າຍ​ພັກ​ຜູ້​ສະ​ແຫວ​ງບຸນ​ໃນ​ແຄວ້ນ ແຄ​ສ​ເມຍ (Kashmir)ແລະ ໃນເດືອນມິຖຸນາ​ເກີດຝົນ​ຕົກ​ໜັກ​ຢູ່​ພາກ​ຕາ​ເວັນ​ອອກ​ ສ່ຽງ​ເໜືອຈົນ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ເກືອບ 40 ຄົນ ​ໃນ​ເຫດການ​ດິນ​ເຈື່ອນ​ທີ່​ເກີດ​ຂຶ້ນ​ຢູ່​ຄ້າຍ​ຂອງ​ພະນັກງານ​ລົດ​ໄຟ​ແຫ່ງ​ໜຶ່ງ ໃນ​ລັດມະນີ​ປູຣະ.