ອະດີດຮອງນາຍົກ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງຫຼວງນໍ້າທາ

ທ່ານ ອາຊາງ ລາວລີ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຢ້ຽມຢາມ ແລະ ຊີ້ນໍາວຽກງານຢູ່ແຂວງຫຼວງນໍ້າທາ ຊຶ່ງໂອກາດດັ່ງກ່າວ ທ່ານໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງທີ່ສະໂມສອນແຂວງ ຫວ່າງບໍ່ດົນມານີ້.
ທ່ານ ຄໍາໄຫລ ສີປະເສີດ ເຈົ້າແຂວງຫລວງນໍ້າທາ ໄດ້ລາຍງານໂດຍຫຍໍໍ້ ກ່ຽວກັບ ການປົກປັກຮັກສາ, ການສ້າງສາພັດທະນາຂອງແຂວງໄລຍະຜ່ານມາເຫັນວ່າ: ເຖິງວ່າສະພາບແວດລ້ອມ ທັງພາຍນອກ ແລະ ພາຍໃນພົບຄວາມຫຍຸ້ງຍາກຫຼາຍປະການ, ແຕ່ຄະນະພັກ-ຄະນະນໍາ ໂດຍໄດ້ຮັບ ການຮ່ວມມື ແລະ ສະໜັບໜູນຈາກທຸກພາກສ່ວນຢູ່ພາຍໃນແຂວງ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານ ດ້ວຍຄວາມຮັບຜິດຊອບສູງ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມຢູ່ພາຍໃນແຂວງ ເຮັດໃຫ້ ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການລົງທຶນ ແລະ ການພັດທະນາເສດຖະກິດຂອງແຂວງ ໃຫ້ສືບຕໍ່ຂະຫຍາຍຕົວເປັນກ້າວໆ. ພາຍຫຼັງຮັບຟັງການລາຍງານ ທ່ານອະດີດຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອໍານາດການປົກຄອງແຂວງທີ່ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານໃນໄລຍະຜ່ານມາ. ພ້ອມນີ້ ທ່ານໄດ້ ມີຄໍາເຫັນ ແລະ ຊີ້ນໍາໃຫ້ສືບຕໍ່ເອົາໃຈໃສ່ບາງດ້ານເປັນຕົ້ນ: ສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິ ບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ພາຍໃນແຂວງ ໃຫ້ມີຄວາມສະຫງົບຕໍ່ເນື່ອງ, ເພີ່ມທະວີການແກ້ ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ ໂດຍສະເພາະການສືບຕໍ່ຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການເຜີຍແຜ່ ບັນດາມະຕິຕ່າງໆທີ່ວາງອອກ, ເຮັດໃຫ້ພະນັກງານສະມາຊິກພັກທຸກຂົງເຂດວຽກງານໃຫ້ເລິກເຊິ່ງ ແລະ ໜັກແໜ້ນ, ວຽກງານລົງຮາກຖານໃຫ້ເຂັ້ມແຂງທາງດ້ານການເມືອງແນວຄິດເປັນຫຼັກ, ເຕົ້າໂຮມຄວາມ ສາມັກຄີ, ເປັນແບບຢ່າງນໍາໜ້າ, ການສ້າງພະນັກງານສືບທອດປ່ຽນແທນໃຫ້ຖືສຳຄັນ ແລະ ຖືກຕາມ ມາດຖານ, ການຈັດຕັ້ງປະຕິບັດ, ສິ່ງສຳຄັນແມ່ນຕ້ອງຈັດຕັ້ງປະຕິບັດໃຫ້ເຂົ້າສູ່ວຽກງານຕົວຈິງໃຫ້ປະສົບ ຜົນສຳເລັດຕາມເວລາທີ່ກຳນົດ, ສືບຕໍ່ຕິດຕາມຊຸກຍູ້ ແລະ ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະ ເທດໃຫ້ມີຄວາມວ່ອງໄວ, ມີປະສິດທິຜົນສູງຂຶ້ນ ແລະ ວຽກງານອື່ນໆ.
ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມແຂວງຫຼວງນໍ້າທາຄັ້ງນີ້ ທ່ານອະດີດຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມໂຄງການປູກໝາກນາວທີ່ສູນເຕັກນິກກະສິກຳ, ການລ້ຽງປາ ໃສ່ນາຂອງປະຊາຊົນຢູ່ບ້ານຂອນຕື່ມອີກ.
อาจเป็นรูปภาพของ 7 คน, ผู้คนกำลังยืน และ กลางแจ้ง