ແຕ່ງຕັ້ງຄະນະປະຕິຮູບລັດວິສາຫະກິດການບິນລາວ 9 ທ່ານ ເພື່ອແນໃສ່ປັບປຸງການຫັນເຂົ້າສູ່ລະບົບກຸ້ມຕົນເອງ ແລະ ມີຄວາມເປັນມືອາຊີບ

ວັນທີ 18 ສິງຫາ 2022 ໄດ້ປະກາດການແຕ່ງຕັ້ງ ຄະນະປະຕິຮູບ ລັດວິສາຫະກິດ ການບິນລາວ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງການເງິນ
ໂດຍອີງຕາມຂໍ້ຕົກລົງ ວ່າດ້ວຍແຕ່ງຕັ້ງ ຄະນະປະຕິຮູບ ລັດວິສາຫະກິດ ການບິນລາວ ສະບັບເລກທີ 56/ນຍ, ລົງວັນທີ 13 ກໍລະກົດ 2022, ຊຶ່ງປະກອບມີ:
1. ທ່ານ ປອ. ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ເປັນຫົວໜ້າຄະນະ.
2. ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຮອງຫົວໜ້າຄະນະ,.
3. ທ່ານ ຄຳຫຼ້າ ພົມມະວັນ, ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ການບິນລາວ ເປັນຄະນະ.
4. ທ່ານ ປອ. ນາງ ແສງອາລຸນ ອິນມີໄຊ ຮອງຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ.
5. ທ່ານ ອາລຸນຈັນໃສ ບຸນໄຊທິບ ຮອງຫົວໜ້າກົມ ກະຊວງໂຍທາທິການ ແລະ ຂົນສົ່ງ.
6. ທ່ານ ບຸນແຕ່ງ ສີມູນ ຮອງຫົວໜ້າກົມ ກະຊວງໂຍທາທິການ ແລະ ຂົນສົ່ງ.
7. ທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ ,
8. ທ່ານ ຮສ. ທອງເພັດ ຈັນທະພິວົງ ຮອງຄະນະບໍດີຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ກໍາມະການອິດສະຫຼະ.
9. ທ່ານ ນາງ ພອນສະຫວັນ ສິດທິເດດ ຮອງຫົວໜ້າສູນຄົ້ນຄວ້ານະໂຍບາຍພັດທະນາວິສາຫະກິດ ແລະ ການເຊື່ອມໂຍງສາກົນ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ກຳມະການອິດສະຫຼະ ເປັນຄະນະ.
ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັນວ່າ: ຄະນະປະຕິຮູບ ຈະເຮັດວຽກທັງເປັນຄະນະປະຕິຮູບ ແລະ ສະພາບໍລິຫານ ເພື່ອຄົ້ນຄວ້າກຳນົດທິດທາງ ແລະ ແຜນການປະຕິຮູບຮອບດ້ານລັດວິສາຫະກິດການບິນລາວ ແລະ ຮັບປະກັນໃຫ້ແຜນການດັ່ງກ່າວຖືກຈັດຕັ້ງປະຕິບັດສໍາເລັດຕາມແຜນການ, ກຳນົດພາລະບົດບາດ, ສິດ ແລະ ໜ້າທີ່ຂອງບໍລິສັດທີ່ປຶກສາ ເພື່ອຄົ້ນຄວ້າແຜນການປັບໂຄງສ້າງລັດວິສາຫະກິດຮອບດ້ານ ຄື: ໂຄງສ້າງດ້ານການເງິນ-ການບັນຊີ, ການດຳເນີນທຸລະກິດ, ປັບປຸງກົງຈັກ-ບຸກຄະລາກອນ ແລະ ອື່ນໆ, ກໍານົດຂັ້ນຕອນ, ວິທີການ, ດໍາເນີນການຄັດເລືອກ ແລະ ຈັດຈ້າງບໍລິສັດທີ່ປຶກສາ ແຕ່ລະດ້ານ, ຄົ້ນຄວ້າສ້າງກົນໄກການປະຕິຮູບ, ແຜນດຳເນີນງານ, ແຜນງົບປະມານ ແລະ ລາຍງານຕໍ່ຄະນະນຳກະຊວງການເງີນ ແລະ ລັດຖະບານ ເພື່ອຂໍການພິຈາລະນາຮັບຮອງ.

ພ້ອມນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ຄະນະປະຕິຮູບ ໃຫ້ເອົາໃຈໃສ່ໃນການປັບປຸງລັດວິສາຫະກິດຫັນເຂົ້າສູ່ລະບົບກຸ້ມຕົນເອງ ຊຶ່ງຈໍາເປັນຕ້ອງໄດ້ຈ້າງແຮງງານທີ່ເປັນມືອາຊີບມາຊ່ວຍໃນການບໍລິຫານ ເພື່ອຈະໄດ້ຈັດຕັ້ງປະຕິບັດແຜນການ ແລະ ມາດຕະການປະຕິຮູບ ໃຫ້ສໍາເລັດຕາມລະດັບຄາດໝາຍ.

ລັດວິສາຫະກິດການບິນລາວເປັນ 1 ໃນ 5 ລັດວິສາຫະກິດເປົ້າໝາຍທີ່ຈະໄດ້ມີການປະຕິຮູບ ຕາມມະຕິກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເຊັ່ນ ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ, ບໍລິສັດ ຜະລິດໄຟຟ້າລາວມະຫາຊົນ, ລັດວິສາຫະກິດການບິນລາວ ແລະ ລັດວິສາຫະກິດພັດທະນາອຸດສາຫະ ກຳ-ກະສິກຳ, ບໍລິການຂາເຂົ້າ-ຂາອອກ ເນື່ອງຈາກວ່າລັດວິສາຫະກິດທັງ 5 ເພື່ອ ແນໃສ່ຮັບປະກັນບໍ່ໃຫ້ຊັບສິນຂອງລັດເສຍຫາຍ, ບໍ່ສ້າງໜີ້ສິນເພີ່ມເຕີມ ພ້ອມທັງສຶກສາອົບຮົມແນວຄິດຕໍ່ພະນັກງານ-ກຳມະກອນຂອງລັດວິສາຫະກິດທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ມີຜົນກະທົບຕໍ່ແນວຄິດພະນັກງານລັດວິສາຫະກິດໜ້ອຍທີ່ສຸດ, ການດຳເນີນການປະຕິຮູບລັດວິສາຫະກິດ ທີ່ມີລັກສະນະຍຸດທະສາດດັ່ງກ່າວ ສະເໜີໃຫ້ລັດຖະບານເອົາໃຈໃສ່ປະຕິບັດຕາມ ກົດໝາຍວ່າດ້ວຍ ຊັບສິນຂອງລັດ.