ເຈມມີ ວາດີ ຂະຫຍາຍສັນຍາກັບເລສເຕີ ຊິຕີ ອີກ 1 ປີ ຮຽບຮ້ອຍແລ້ວ

ເຈມມີ ວາດີ ຍັງບໍ່ມີຄວາມຄິດຈະແຂວນເກີບງ່າຍໆ ເຖິງຈະຢູ່ໃນໄວ 35 ປີແລ້ວ ໂດຍຫລ້າສຸດຕົກລົງຕໍ່ສັນຍາກັບ ເລສເຕີ ຊິຕີ ເພີ່ມອີກ 1 ປີ ຮຽບຮ້ອຍ.
ເຈມມີ ວາດີ ກອງໜ້າປະສົບການຫລາຍຂອງ ເລສເຕີ ຊິຕີ ທີມເກ່ັງແຫ່ງພຣີເມຍລີກ ອັງກິດ ຍັງບໍ່ມີຄວາມຄິດຈະແຂວນເກີບ ງ່າຍໆ ເຖິງວ່າຈະຢູ່ໃນໄວ 35 ປີແລ້ວ ໂດຍຫລ້າສຸດຕົກລົງເຊັນສັນຍາກັບຕົ້ນສັງກັດເພີ່ມອີກ 1 ປີ ຮຽບຮ້ອຍແລ້ວ.
ໂດຍ ວາດີ ກ່າວວ່າ : ‘‘ ແນ່ນອນວ່າ ຂ້ອຍຮູ້ສຶກດີໃຈຫລາຍ ຕອນທີ່ຂ້ອຍໄດ້ຍິນວ່າມີສິ່ງຫນຶ່ງທີ່ສະໂມສອນພວມພິຈາລະນາຢູ່ ມັນຍ່ອມມີພຽງສິ່ງດຽວເທົ່ານັ້ນ ແລະ ຂ້ອຍຄິດໄ້ວແລ້ວວ່າຈະເຊັນສັນຍາສະບັບໃຫມ່ ມັນເປັນການຕັດສິນໃຈທີ່ງ່າຍ ຂ້ອຍ ຢູ່ນີ້ມາດົນຈົນຮູ້ສຶກເປັນສ່ວນຫນຶ່ງຂອງສະໂມສອນໄປແລ້ວ ’’.
ສຳລັບ ວາດີ ຍ້າຍຈາກລີກແຊ໊ມປຽນຊິບ ມາຢູ່ກັບ ເລສເຕີ ເມື່ອປີ 2012 ກ່ອນຈະເປັນກຳລັງສຳຄັນພາ ເລສເຕີ ຄວ້າ ແຊ໊ມພຣີເມຍລີກແບບຊ໊ອກໂລກໃນລະດູການ 2015-16 ຕອນນີ້ ເຈົ້າລາວລົງຫລິ້ນໃຫ້ຕົ້ນສັງກັດໄປແລ້ວ 387 ນັດລວມທຸກລາຍການ ຍິງໄດ້ 164 ປະຕູ.

