ຍ້ອນຫຍັງ ຝົນຕົກ ຈຶ່ງເຮັດໃຫ້ເຮົານອນຫລັບດີຫລັບແຈບຫລາຍຂຶ້ນ.

ຄືນໃດນອນບໍ່ຫລັບ ເປີດສຽງຝົນຄ່ອຍໆ ອາດເຮັດໃຫ້ທ່ານນອນຫລັບໄດ້ງ່າຍຂຶ້ນ ເພາະສຽງຝົນເປັນ Pink Noise ທີ່ເປັນຄື້ນສຽງທີ່ສົ່ງຜົນດີຕໍ່ສະໝອງ ທັງເລື່ອງຂອງຄຸນນະພາບການນອນ ແລະ ຄວາມຈື່ຈຳ.
Pink Noise ແມ່ນຫຍັງ ? Pink Noise ຫລື ທີ່ເອີ້ນກັນວ່າ ສຽງສີບົວ ແມ່ນສຽງປະເພດໜຶ່ງທີ່ມີຄື້ນສຽງທຸກຮູບແບບທີ່ມະນຸດສາມາດໄດ້ຍິນ, ແຕ່ບໍ່ໄດ້ເປັນສຽງທີ່ມີໄລຍະຄື້ນສຽງເທົ່າກັນທັງໝົດ ໂດຍໄລຍະທີ່ມີຄື້ນສຽງທີ່ສູງຂຶ້ນ ສຽງຈະມີຄວາມໜາແໜ້ນຫລຸດລົງ ຫລື ເບົາລົງ, ໄລຍະຄື້ນສຽງຕໍ່າ ສຽງຈະໜາແໜ້ນ ແລະ ດັງຫລາຍຂຶ້ນ. ສຳລັບຫລາຍໆຄົນ ການຟັງສຽງ Pink Noise ຊ່ວຍປ້ອງກັນບໍ່ໃຫ້ຫູຂອງເຮົາບໍ່ໄດ້ຍິນສຽງລົບກວນໃນ Background ແລະ ບໍ່ເຮັດໃຫ້ຮູ້ສຶກແສບແກ້ວຫູ.
Pink Noise ເປັນສຽງແນວໃດ? ສຽງທີ່ເອີ້ນກັນວ່າ Pink Noise ມີໂຕຢ່າງທີ່ເຮົາໄດ້ຟັງຢູ່ເປັນປະຈຳຕາມທຳມະຊາດຢູ່ ເຊັ່ນ : ສຽງຄື້ນທະເລກະທົບຝັ່ງ, ສຽງໃບໄມ້ງ່າໄມ້ກະທົບກັນຍາມລົມພັດ, ສຽງຝົນຕົກ ເປັນຕົ້ນ.

