ອອກຫ່າງຈາກໂລກອອນລາຍພຽງ 1 ອາທິດ ສຸຂະພາບຈິດຈະດີຂຶ້ນ.

ຮູ້ສຶກວິຕົກກັງວົນ ຫລື ຫົດຫູ່ຫລາຍຂຶ້ນຫລືບໍ່ ເມື່ອເຮົາໄດ້ເຂົ້າສູ່ໂລກອອນລາຍ ຫລື Socail Media ? ນັກວິໄຈຈາກ University of Bath ກ່າວວ່າ ໜຶ່ງວິທີທີ່ຈະຊ່ວຍໄດ້ນັ້ນ ພຽງແຕ່ທ່ານຢຸດຫລິ້ນ ຫລື ອອກຫ່າງຈາກໂລກອອນລາຍ ພຽງແຕ່ 1 ອາທີດ ໂດຍພາຍໃນເວລາ 1 ອາທິດຂອງເຮົາ ໃຫ້ວ່າງເວັ້ນຈາກການເຂົ້າສູ່ Facebook, Twitter, Instragram ທ່ານກໍສາມາດຮູ້ສຶກດີຂຶ້ນໄດ້ ໂດຍມີຜົນການທົດລອງທີ່ໜ້າສົນໃຈດັ່ງນີ້ :

ໄດ້ມີການລວບລວມອາສາສະໝັກຈຳນວນ 154 ຄົນ, ອາຍຸລະຫ່ວາງ 18 – 72 ປີ ແບ່ງອອກເປັນ 2 ກຸ່ມ. ກຸ່ມທີ 01 : ຂໍໃຫ້ຖືກງົດເວັ້ນຈາກການຫລິ້ນໂທລະສັບມືຖື ຫລື ຫ່າງຈາກໂລກອອນລາຍເປັນເວລາ 1 ອາທິດ (ມີການຕິດຕາມ ເກັບກຳຂໍ້ມູນວ່າຢຸດເຂົ້າສັງຄົມອອນລາຍແທ້). ສ່ວນກຸ່ມທີ 02 : ໄດ້ຮັບອະນຸຍາດໃຫ້ເຂົ້າສູ່ສັງຄົມອອນລາຍໄດ້ຕາມປົກກະຕິ. ໂດຍກຸ່ມຜູ້ເຂົ້າທົດລອງນີ້ ປົກກະຕິໃຊ້ໂລກອອນລາຍ 8 ຊົ່ວໂມງຕໍ່ອາທິດ.

ຜົນການທົດລອງພົບວ່າ ກຸ່ມທີ 01 ອາການວິຕົກກັງວົນ ຫລື ອາການຊຶມເສົ້າຂອງພວກເຂົາດີຂຶ້ນຢ່າງເຫັນໄດ້ແຈ້ງ ເຊັ່ນ : ຮູ້ສຶກວ່າຄວາມຮູ້ສຶກທີ່ເປັນຢູ່ຕອນນີ້ດີຂຶ້ນຫລາຍກ່ວາກຸ່ມທີ 02 ຫລາຍ. ແນ່ນອນວ່າທຸກຢ່າງມີ 2 ດ້ານ ໂລກອອນລາຍກໍຄືກັນ ໃນມຸມໜຶ່ງມັນເຮັດໃຫ້ຄົນຕິດຕໍ່ກັນງ່າຍຂຶ້ນ, ໄດ້ຊຸມນຸມສິ່ງທີ່ຕ້ອງການງ່າຍຂຶ້ນ, ແຕ່ໃນອີກມຸມໜຶ່ງມັນກໍເຮັດໃຫ້ເຮົາເຫັນສິ່ງທີ່ອາດຈະສົ່ງຜົນຮ້າຍກັບໂຕເຮົາໄດ້ຄືກັນ. ແນວໃດກໍຕ້ອງເບິ່ງແຍງດູແລຕົນເອງ ຫາກຮູ້ສຶກບໍ່ດີ ການງົດເວັ້ນຈາກການເຂົ້າສູ່ສັງຄົມອອນລາຍ ຫລື ໂລກອອນລາຍ ປະມານ 1 ອາທິດ ກໍອາດຈະຊ່ວຍທ່ານ