ເຄັ່ງຄຽດລົງກະເພາະ ມີອາການແນວໃດ ພ້ອມວິທີປິ່ນປົວ.

ຫລາຍທ່ານອາດຈະເຄີຍໄດ້ຍິນອາການເຄັ່ງຄຽດລົງກະເພາະ ໂດຍອາດຈະຄິດວ່າເປັນອາການເຈັບທ້ອງ-ແສບກະເພາະທີ່ເກີດຈາກຄວາມເຄັ່ງຄຽດສະສົມ ຄວາມຈິງແລ້ວທາງການແພດສາມາດເກີດຂຶ້ນໄດ້ແທ້ຫລືບໍ່ນັ້ນ ມື້ນີ້ພວກເຮົາມີຄຳຕອບກ່ຽວກັບເລື່ອງດັ່ງກ່າວມາແນະນຳບັນດາທ່ານ.
+ ຄວາມເຄັ່ງຄຽດລົງກະເພາະເກີດຂຶ້ນໄດ້ແນວໃດ ? ເມື່ອຮ່າງກາຍເກີດຄວາມເຄັ່ງຄຽດຈະສົ່ງຜົນຕໍ່ການຫລັ່ງຮໍໂມນຕ່າງໆ ລວມໄປເຖິງກະເພາະອາຫານທີ່ຫລັ່ງກົດ ຫລື ນຳ້ຍ່ອຍອອກມາຫລາຍກ່ວາປົກກະຕິ ເກີດການລະຄາຍເຄືອງຕໍ່ກະເພາະອາຫານ ແລະ ການຍ່ອຍອາຫານຊ້າລົງ.
+ ສັນຍານອັນຕະລາຍ ອາການເຄັ່ງຄຽດລົງກະເພາະ ສາມາດສັງເກດໄດ້ໂດຍ :
- ເຈັບ ຫລື ຈຸກບໍລິເວນກາງເອິກ ມັນເປັນກ່ອນ ຫລື ຫລັງການກິນອາຫານ.
- ແໜ້ນທ້ອງ, ຍື່ງທ້ອງ, ອາຫານບໍ່ຍ່ອຍ, ອີ່ມໄວ.
- ມີລົມໃນກະເພາະອາຫານຫລາຍ, ເອື້ອມຕະຫລອດ.
- ປຸ້ນທ້ອງ, ຮາກ.
+ ວິທີປິ່ນປົວອາການເຄັ່ງຄຽດລົງກະເພາະ : ຄວາມເຄັ່ງຄຽດສົ່ງຜົນໃຫ້ການເຮັດວຽກຂອງລະບົບທາງເດີນອາຫານປ່ຽນແປງໄປຈາກປົກກະຕິ ໃນທາງກົງກັນຂ້າມ ຄວາມຜິດປົກກະຕິຂອງທາງເດີນອາຫານກໍສົ່ງຜົນລົບຕໍ່ຈິດໃຈໄດ້ຄືກັນ ວິທີປິ່ນປົວຈຶ່ງຕ້ອງຕັດວົງຈອນນີ້ ໂດຍ :
- ເມື່ອຮູ້ສຶກວ່າມີຄວາມເຄັ່ງຄຽດ ໃຫ້ເຮັດກິດຈະກຳອື່ນໆທີ່ເປັນການຜ່ອນຄາຍໂຕເອງ ເຊັ່ນ : ຟັງເພງ, ແຕ້ມຮູບ, ອອກກຳລັງກາຍ, ອ່ານໜັງສື ຫລື ນັ່ງສະມາທິ.
- ກິນອາຫານໃຫ້ກົງເວລາ ແລະ ຄົບທັງ 3 ຄາບ.
- ງົດດື່ມອານກໍຮໍ ແລະ ງົດການສູບຢາ.
- ປ້ອງກັນຄວາມເຄັ່ງຄຽດໂດຍການປັບປ່ຽນພຶດຕິກຳ ເຊັ່ນ : ປັບຕາຕະລາງເຮັດວຽກໃຫ້ດຸ່ນດ່ຽງ, ມີເວລາພັກຜ່ອນ ແລະ ອອກກຳລັງກາຍຢ່າງພຽງພໍ.
- ຄວນປຶກສາແພດຫາກມີອາຈົມປົນເລືອດ, ນຳ້ໜັກຫລຸດ, ຮາກຕະຫລອດ, ມີອາການທີ່ຮຸນແຮງລົບກວນຄຸນນະພາບຊີວິດ ຫລື ຈັດການຄວາມເຄັ່ງຄຽດບໍ່ໄດ້.
