ຫລວງພະບາງ ພ້ອມຈັດບຸນຊ່ວງເຮືອເດືອນ 9 ປະຈໍາປີ 2022 ຢ່າງເຕັບຮູບແບບ ຈະມີເຮືອເຂົ້າຮ່ວມ 25 ລຳ

ທ່ານ ວຽງທອງ ຫັດສະຈັນ, ເຈົ້າຄອງນະຄອນຫລວງພະບາງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 19 ສິງຫາ 2022 ຜ່ານມານີ້ ວ່າ: ຍ້ອນຄະນະກໍາມະການທີ່ຮັບຜິດຊອບແຕ່ລະໜ້າວຽກ ເພື່ອກະກຽມໃຫ້ແກ່ການຈັດງານບຸນຊ່ວງເຮືອໃນຄັ້ງນີ້ ໄດ້ເອົາໃຈໃສ່ກະກຽມທຸກວຽກງານຢ່າງຕໍ່ເນື່ອງ ເຮັດໃຫ້ມາຮອດປັດຈຸບັນ ທຸກວຽກງານມີຄວາມພ້ອມແລ້ວເກືອບຮ້ອຍສ່ວນຮ້ອຍ ເປັນຕົ້ນແມ່ນການກະກຽມວຽກງານປ້ອງກັນຄວາມສະຫງົບ, ກະກຽມສະຖານທີ່ຈັດງານ, ສະຖານທີ່ພັກເຊົາ, ຮ້ານອາຫານ-ຮ້ານກິນດື່ມ, ການກະກຽມເຮືອເຂົ້າຮ່ວມແຂ່ງຂັນ ແລະ ອື່ນໆ. ສຳລັບເຮືອທີ່ຈະເຂົ້າຮ່ວມແຂ່ງຂັນແມ່ນຈະເອົາແຕ່ເຮືອປະເພນີຂອງປະຊາຊົນ ແລະ ຈະບໍ່ເອົາເຮືອສູດ ຫລື ເຮືອກິລາເຂົ້າຮ່ວມແຂ່ງຂັນ, ເຊີ່ງປີນີ້ ຄາດວ່າຈະມີເຮືອມາຈາກບັນດາເມືອງ ແລະ ຂະແໜງການພາຍໃນ ແຂວງຫລວງພະບາງ, ເຮືອໄປຈາກນະຄອນຫລວງວຽງຈັນ ແລະ ແຂວງໄຊຍະບູລີ ເຂົ້າຮ່ວມແຂ່ງຂັນທັງໝົດ 25 ລໍາ.

ສໍາລັບປີນີ້, ນອກຈາກມີການຊ່ວງເຮືອປະເພນີຢູ່ສາຍນໍ້າຄານທີ່ບ້ານຫາດຫ່ຽນ ແລະ ບ້ານສັງຂະໂລກ ຍັງຈະຈັດໃຫ້ມີການໂລະລາດ, ການແຂ່ງຂັນກັອຟ ແລະ ແຂ່ງຂັນເຮືອເຈັດສະກີຢູ່ແມ່ນໍ້າຂອງເຂດດອນຊາຍມຸງຄຸນພາຍໃນນະຄອນຫລວງພະບາງ ເຊິ່ງຈະຈັດຂຶ້ນໃນວັນທີ 25 ສິງຫານີ້ ແລະ ຍັງຈະມີອີກຫລາຍກິດຈະກໍາສໍາຄັນເພື່ອດຶງດູດນັກທ່ອງທ່ຽວ, ດັ່ງນັ້ນ ທ່ານໄດ້ແນະນໍາໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງໄປທ່ອງທ່ຽວຢູ່ນະຄອນຫລວງພະບາງ ໃນໂອກາດບຸນຊ່ວງເຮືອເດືອນ 9 ໃນຄັ້ງນີ້ ຈັບຈອງໂຮງແຮມ, ເຮືອນພັກ ຫລື ບ່ອນພັກໃຫ້ລະອຽດກ່ອນ ເພື່ອຮັບປະກັນວ່າຈະມີສະຖານທີ່ພັກເຊົາແນ່ນອນ ເພາະໄລຍະນີ້ມີນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວຢູ່ນະຄອນຫລວງພະບາງເປັນຈໍານວນຫລາຍ, ສະເລ່ຍມື້ລະ 3.000 ຄົນ ຈາກທີ່ຄາດ ຄະເນໄວ້ມື້ລະ 1.500 ຄົນ.

ພ້ອມນີ້ກໍຮຽກຮ້ອງໃຫ້ປະຊາຊົນ ກໍຄື ຜູ້ປະກອບການທ່ອງທ່ຽວພາຍໃນນະຄອນຫລວງພະບາງທຸກຫົວໜ່ວຍ ຈົ່ງພ້ອມກັນເປັນເຈົ້າພາບຕ້ອນຮັບແຂກຕ່າງດ້າວທ້າວຕ່າງແດນ ດ້ວຍໄມຕີຈິດມິດຕະພາບທີ່ດີ ແລະ ເດັດຂາດບໍ່ໃຫ້ມີການສວຍໂອກາດເອົາປຽບຄ່າບໍລິການຕ່າງໆ ຕໍ່ນັກທ່ອງທ່ຽວ ເພາະຈະມີໜ່ວຍງານກ່ຽວ ຂ້ອງລົງກວດກາຢ່າງໃກ້ຊິດ ຖ້າພົບເຫັນມີການລະເມີດ ຫລື ກະທໍາຜິດຈະມີການສຶກສາອົບຮົມ ແລະ ປະຕິບັດມາດຕະການຕາມລະບຽບກົດໝາຍທີ່ກໍານົດໄວ້.