ເອັບເອ ລົງໂທດ ທູເຄິລ-ຄອນເຕ ຫລັງຫວິດຟາດປາກກັນເກມ ເຊລຊີ-ສະເປີ

ສະມາຄົມບານເຕະອັງກິດ ເປີດເຜີຍບົດລົງໂທດ ໂທມັສ ທູເຄິລ ຜູ້ຈັດການທີມເຊລຊີ ແລະ ອັນໂຕນີໂອ ຄອນເຕ ຜູ້ຈັດການທີມ ທັອດແນມ ຮັອດສະເປີ ຫວັງມີເລື່ອງກັນຫລັງຈົບເກມນັດຫລ້າສຸດ.
ຄວັນຫລົງຈາກການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ຄູ່ເກມໃຫຍ່ ເມື່ອທ້າຍອາທິດທີ່ຜ່ານມາ ເຊິ່ງ ເຊລຊີ ເປີດສະໜາມສະ ແຕມຟອດ ບຣິດ ສະເຫມີ ສະເປີ ໄປແບບສຸດມັນ 2-2.
ທັງນີ້ ເກມດັ່ງກ່າວມີປະເດັນດຣາມາ ເມື່ອ ໂທມັສ ທູເຄິລ ຜູ້ຈັດການທີມຂອງ ເຊລຊີ ແລະ ອັນໂຕນີໂອ ຄອນເຕ ຜູ້ຈັດການທີມ ສະເປີ ເກືອບຈະຕີກັນທັງໃນລະຫວ່າງເກມໄລຍະເຄິ່ງຫລັງ ແລະ ຕອນຈົບເກມ ເຮັດໃຫ້ຖືກໃບແດງທັງຄູ່ ແລະ ຖືກຕັ້ງຂໍ້ຫາວ່າ ປະພຶດຕົວບໍ່ເຫມາະສົມ.
ຫລ້າສຸດ ສະມາຄົມບານເຕະອັງກິດ ໄດ້ອອກມາປະກາດບົດລົງໂທດ ຫລັງທັງຄູ່ຍອມຮັບຜິດ ໂດຍ ທູເຄິລ ຈະຖືກລົງໂທດຫ້າມ ຄຸມທີມຂ້າງສະໜາມ 1 ນັດ ແລະ ຖືກປັບເງິນ 35,000 ປອນ ສ່ວນ ຄອນເຕ ພຽງຖືກປັບເງິນ 15,000 ປອນ ໂດຍຖືກລົງໂທດຂອງ ທູເຄິລ ນັ້ນຈະຖືກລະງັບຊົ່ວຄາວ ລະຫວ່າງທີ່ຖ້າເຫດຜົນເປັນລາຍລັກອັກສອນຈາກຄະນະກຳມະການກຳກັບເບິ່ງແຍງອິດສະຣະ ເຮັດໃຫ້ ທູເຄິລ ຈະຍັງສາມາດລົງຄຸມທີມພົບ ລີດ ຢູໄນເຕັດ ໃນວັນອາທິດນີ້ໄດ້ ຂະນະທີ່ ຄອນເຕ ກໍຈະລົງຄຸມທີມສະເປີ ພົບ ວູບແຮມຕັນ ຕາມປົກກະຕິ.

