ເຊີຈິມ ແຣດຄລິບ ມະຫາເສດຖີອັງກິດພ້ອມຊື້ ແມນຢູ ຈາກຕະກູນເກລເຊີ

ເຊີຈິມ ແຣດຄລິບ ມະຫາເສດຖີອັງກິດ ຢືນຢັນວ່າພ້ອມທີ່ຈະຍື່ນຂໍ້ສະເຫນີຊື້ສະໂມສອນ ແມນເຊສເຕີ ຢູໄນເຕັດ ຫາກຕະກູນເກລເຊີຕ້ອງການຂາຍ.

ກ່ອນໜ້ານີ້ມີລາຍງານວ່າ ຕະກູນເກລເຊີ ເຈົ້າຂອງທີມ ແມນເຊສເຕີ ຢູໄນເຕັດ ເລີ່ມເກີດຄວາມກົດດັນຈາກແຟນ ບານທີ່ບໍ່ພໍໃຈການບໍລິຫານຂອງພວກເຂົາ ແລະ ອາດຈະຂາຍຫຸ້ນສ່ວນໃຫຍ່ຂອງສະໂມສອນອອກໄປ.

ຈົນຫລ້າສຸດ ໂຄສົກຂອງ ແຣດຄລິບ ເປີດເຜີຍກັບ  The Times ວ່າ ມະຫາເສດຖີອັງກິດລາຍນີ້ພ້ອມທີ່ຈະຍື່ນຊື້ຫຸ້ນຂອງ ແມນເຊສເຕີ ຢູໄນເຕັດ ເຕັມຮູບແບບ ຫາກເຈົ້າຂອງຄົນປັດຈຸບັນຍອມຂາຍ ‘‘ ຖ້າຫາກສະໂມສອນພ້ອມຂາຍ ເຈົ້ານາຍ ຂອງຂ້ອຍຈະເປັນຜູ້ທີ່ມີສັກກະຍະພາບໃນການຊື້ຢ່າງແນ່ນອນ ຖ້າຫາກເລື່ອງນີ້ມີຄວາມເປັນໄປໄດ້ ເຮົາກໍມີຄວາມສົນໃຈທີ່ຈະ ເວົ້າເລື່ອງຂອງການເປັນເຈົ້າຂອງໃນໄລຍະຍາວ ’’.

ສຳລັບ ແຣດຄລິບ ເຊິ່ງເປັນແຟນບານຂອງ ແມນຢູ ຄືເຈົ້າຂອງ ແລະ ຜູ້ບໍລິຫານຂອງບໍລິສັດ ອິນນີອອສ ກຣຸບ ບໍລິສັດ ເຄມີພັນໃຫຍ່ຂອງອັງກິດ ພ້ອມໄດ້ລົງທຶນກັບທີມບານເຕະດ້ວຍການເປັນເຈົ້າຂອງສະໂມສອນ ໂລຊານ ສະປອດ ໃນສະວິດເຊີແລນ ແລະ ນີສ ໃນລີກ ເອິງ ຂອງຝຣັ່ງ.

ນອກຈາກນັ້ນ ກ່ອນໜ້ານີ້ລາວຍັງເປັນຫນຶ່ງໃນຜູ້ທີ່ຍື່ນຂໍ້ສະເໜີຊື້ສະໂມສອນ ເຊລຊີ ແຕ່ສຸດທ້າຍເປັນຂອງ ທັອດ ໂບລີ ນັກທຸລະກິດຊາວອາເມລິກາທີ່ປະສົບຄວາມສຳເລັດໃນການຊື້ຂາຍດັ່ງກ່າວ.