ສະເປີ ຄວ້າກອງຫລັງດາວຮຸ່ງອາຍຸ 19 ປີ, ກ່ອນປ່ອຍໃຫ້ ອູດີເນເຊ ຢືມ

ສະເປີ ສະໂມສອນຈາກ ພຣີເມຍລີກ ອັງກິດ ປະກາດຄວ້າຕົວກອງຫລັງດາວຮຸ່ງຂອງ ອູດີເນເຊ ຢ່າງ ເດສຕີນີ ອູໂດກີ ມາຮ່ວມທີມຮຽບຮ້ອຍແລ້ວ ໂດຍເຊັນສັນຍາຍາວ 5 ປີ.

ອູໂດກີ ອາຍຸ 19 ປີ ສາຍແວວໃນເວທີ ເຊເຣຍ ອາ ອິຕາລີ ກັບທີມ ອູດີເນເຊ ດ້ວຍການຍິງໄປແລ້ວ 5 ປະຕູ ພ້ອມຈ່າຍໃຫ້ຫມູ່ຍິງອີກ 3 ຄັ້ງ ຈາກການລົງສະໜາມເກມລີກ 35 ນັດ ໃນຕຳແໜ່ງກອງຫລັງ ເຮັດໃຫ້ຜົນງານຂອງລາວເຂົ້າຕາສະເປີ.

ຈົນຫລ້າສຸດ ສະເປີ ປະກາດຄວ້າຕົວນັກເຕະລາຍນີ້ມາຮ່ວມທີມຢ່າງເປັນທາງການ ໂດຍເຊັນສັນຍາຍາວ 5 ປີ ແຕ່ຈະສົ່ງ ອູໂດກີ ກັບໄປໃຫ້ ອູດີເນເຊ ຢືມຕົວກ່ອນໃນລະດູການ 2022-23 ເພື່ອໃຫ້ລາວສາມາດພັດທະນາ ແລະ ມີໂອກາດລົງສະໜາມ ຢ່າງສະໝຳ່ສະເຫມີ.