ພັນລະຍາ ປະທານສະພາແຫ່ງຊາດ ມອບອຸປະກອນໃຫ້ໂຮງຮຽນຊົນເຜົ່າ ອຸດົມໄຊ

ງວັນທີ 15 ສິງຫາ 2022 ຜ່ານມານີ້ , ທ່ານ ນາງ ວິພາວັນ ພົມວິຫານ ພ້ອມດ້ວຍຄະນະຈາກສະພາແຫ່ງຊາດ, ສະພາປະຊາຊົນແຂວງອຸດົມໄຊ ໄດ້ໄປຢ້ຽມຢາມ ແລະ ມອບອຸປະກອນການຮຽນ, ເຄື່ອງມືກະສິກຳ ແລະ ເງິນ ລວມມູນຄ່າທັງໝົດ 30 ລ້ານກີບ ໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ເພື່ອຮັບໃຊ້ເຂົ້າໃນວຽກບໍລິຫານ-ຄຸ້ມຄອງໂຮງຮຽນ ທັງສົ່ງເສີມໄປຕາມ 3 ລັກສະນະ 5 ຫັກມູນການສຶກສາ.

ການຢ້ຽມຢາມ ທ່ານ ປອ. ນາງ ວິພາວັນ ພົມ ວິຫານ ຄັ້ງນີ້ ໄດ້ຮັບກຽດຕ້ອນຮັບໂດຍ ທ່ານ ສີວອນ ເພັງມີໄຊ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ທ່ານ ສົມຈັນ ພົນທະສິດ ຜູ້ອຳນວຍ ການໂຮງຮຽນ ພ້ອມດ້ວຍຄະນະ, ຄູອາຈານ ແລະ ນ້ອງນັກຮຽນ. ໃນໂອກາດດັ່ງກ່າວ ທ່ານ ປອ. ນາງ ວິພາວັນ ພົມວິຫານ ໄດ້ນຳເອົາຄວາມອົບອຸ່ນ ແລະ ບາງເນື້ອໃນຈິດໃຈໂອ້ລົມຕໍ່ພະນັກງານ, ຄູອາຈານ ແລະ ໄປຢ້ຽມຊົມຫ້ອງວາງສະແດງເຄື່ອງນຸ່ງບັນດາເຜົ່າ ຂອງນ້ອງນັກຮຽນ ອີກດ້ວຍ.