ຄົນຮ້າຍລັກເຫລັກຮາວຮົ້ວກັນທາງລົດໄຟ

ວັນທີ 17 ສິງຫາ 2022 ນີ້, ທາງເພຈບໍລິສັດລົດໄຟລາວ-ຈີນ ໄດ້ລາຍງານຂ່າວວ່າ: ໃນວັນທີ 16 ສິງຫາ 2022 ຜ່ານມາ ໄດ້ມີຄົນຮ້າຍລັກເຫລັກເສັ້ນຮາວຮົ້ວປ້ອງກັນຄວາມປອດໄພທາງລົດໄຟ ຢູ່ເຂດບ້ານໂພນຊູ ເມືອງວັງວຽງ ແຂວງວຽງຈັນ, ຫລັງຈາກກວດພົບກໍໄດ້ຮີບໃຫ້ຍາມ ແລະ ທະຫານເຂົ້າໄປຈຸດເກີດເຫດ, ພ້ອມທັງຕຳຫລວດລົດໄຟ ເດີນທາງໄປຈຸດດັ່ງກ່າວ ເພື່ອທຳການກວດສອບຄວາມເສຍຫາຍ ແລະ ສືບຕໍ່ຕິດຕາມຊອກຈັບເອົາຄົນທີ່ລັກເຫລັກຮົ້ວໄປ ມາລົງໂທດຕາມລະບຽບກົດໝາຍ.
ຕາມການລົງກວດກາເບື່ອງຕົ້ນພົບເຫັນຮ່ອງຮອຍຮົ້ວກັ້ນຄວາມປອດໄພລົດໄຟ ຖືກລັກໄປຄວາມຍາວ 26 ແມັດກວ່າ, ການລັກຮົ້ວກັນຄວາມປອດໄພຂອງທາງລົດໄພເຊິ່ງເປັນອັນຕະລາຍຕໍ່ການເດີນລົດໄຟ ແລະ ຊີວິດຜູ້ໂດຍສານເທິງລົດໄຟເປັນຢ່າງຍິ່ງ. ສະນັ້ນ, ຈິ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃຫ້ຄວາມຮ່ວມມື, ຮ່ວມແຮງຮ່ວມໃຈກັນ, ປະຕິບັດຕາມລະບຽບກົດໝາຍ, ຊ່ວຍເປັນຫູເປັນຕາ, ຫາກພົບເຫັນຜູ້ຈະກະທຳຜິດຄືດັ່ງເຫດການດັ່ງກ່າວ ແມ່ນສາມາດໂທຫາສາຍດ່ວນ 021 891000 ຫລື 021 891010 ເພື່ອແຈ້ງເຫດສຸກເສີນ.

