FA ໄດ້ຕັ້ງຂໍ້ຫາ ທູເຄິນ ແລະ ຄອນເຕ້ ສອງຜູ້ຈັດການ ອາລົມເດືອດ ປະພຶດຕົວບໍ່ເໝາະສົມ ຜິດຖຽງກັນ ຫລັງເກມ ເຊວຊີ ເປີດບ້ານສະເໝີ ສະເປີ 2-2

ສະມາຄົມບານເຕະອັງກິດ (FA) ຢືນຢັນວ່າ ໂທມັສ ທູເຄິນ ຜູ້ຈັດການທີມ ເຊວຊີ ແລະ ອັນໂຕນິໂອ ຄອນເຕ້ ນາຍໃຫຍ່ຂອງ ສະເປີ ຖືກຕັ້ງຂໍ້ຫາປະພຶດຕົວບໍ່ເໝາະສົມຫລັງຈົບເກມທີ່ທັງສອງຝ່າຍສະເໝີກັນ 2-2 ໃນການແຂ່ງຂັນ ພຣີເມຍລີກ ລອນດອນ ດາບີ້ແມັດ. ໃນວັນທີ 14 ສິງຫາຜ່ານມາ.
ອາລົມເດືອດຂອງນາຍໃຫຍ່ຂອງທັງສອງສະໂມສອນເກີດຂຶ້ນຕັ້ງແຕ່ໃນເກມທີ່ ຄອນເຕ ອອກອາການສະໃຈ ເມື່ອ ໄກ່ເດືອຍທອງ ໄດ້ປະຕູຕີສະເໝີ 1-1, ເຊິ່ງເຮັດໃຫ້ ທູເຄິນ ຮູ້ສຶກບໍ່ພໍໃຈຫລາຍ ແລະ ໂຕ້ຖຽງກັນ ເມື່ອ ສິງບລູສ ໄດ້ປະຕູຂຶ້ນນໍາອີກຄັ້ງ. ທູເຄິນກໍ່ຕອບສະຫນອງໂດຍການແລ່ນໄປສະແດງຄວາມດີໃຈຜ່ານຫນ້າ ຄອນເຕ້ ອີກ
ຫລັງຈາກຈົບເກມໄດ້ແບ່ງຄະແນນກັນໄປ. ສະຖານະການຍັງຮ້ອນແຮງເມື່ອ ທູເຄິນ ບໍ່ຍອມປ່ອຍມືໃນຈັງຫວະທີ່ທັງສອງໄດ້ຈັບມືກັນ, ເຮັດໃຫ້ນັກເຕະ ແລະ ທີມງານຂອງທັງສອງຝ່າຍໄດ້ເຂົ້າມາເພື່ອຫ້າມເຫດການ. ກ່ອນທີ່ຜູ້ຕັດສິນຈະມອບໃບແດງໃຫ້ທັງສອງຄົນ, ເຊິ່ງ ບິກບອສ ສິງໂຕ ນ້ຳເງິນ ໃຫ້ການສໍາພາດວ່າເປັນຍ້ອນ ຄອນເຕ້ ບໍ່ຍອມສົບຕາ.
ຂະນະດຽວກັນມີລາຍງານວ່າ FA ຈະພິຈາລະນາວິດີໂອຂອງເຫດການດັ່ງກ່າວ ແລະ ອ່ານລາຍງານຂອງຜູ້ຕັດສິນກ່ອນທີ່ຈະຕັດສິນວ່າຈະລົງໂທດ ທູເຄິນ ກໍລະນີທີ່ລາວໃຫ້ການສໍາພາດໂຈມຕີຜູ້ຕັດສິນ ແອນໂທນີ ເທວເລີ ຫລືບໍ່, ສ່ວນໃບແດງຂອງສອງຜູ້ຈັດການບໍ່ໄດ້ເຂົ້າຄ່າຍຖືກຫ້າມອັດຕະໂນມັດທັນທີ ນັ້ນຫມາຍຄວາມວ່າຄູ່ນີ້ອາດຈະຍັງຢູ່ຈະຍັງສາມາດຄຸມທີມໃນການແຂ່ງຂັນຕໍ່ໄປໄດ້.
https://twitter.com/i/status/1558868815768948736

