ເທນ ຮາກ ສັ່ງຍົກເລີກມື້ພັກ ຮຽກນັກເຕະແມນຢູເຂົ້າຝຶກຊ້ອມໜັກ

ເອຣິກ ເທນ ຮາກ ຜູ້ຈັດການແມນເຊສເຕີ ຢູໄນເຕັດ ສະແດງຄວາມເປັນຜູ້ນຳສູງ ດ້ວຍການສັ່ງຍົກເລີກມື້ພັກ ແລະ ຮຽກລູກທີມເຂົ້າອົບຮົມ ເມື່ອວັນອາທິດ ຫລັງບຸກໄປເສຍໃຫ້ ເບຣນຟອດ ຫມົດສະພາບ 0-4.
ເອຣິກ ເທນ ຮາກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ທີມແຫ່ງພຣີເມຍລີກ ອັງກິດ ສັ່ງຍົກເລີກມື້ພັກ ແລະ ຮຽກນັກເຕະມາ ລວມຕົວຝຶກຊ້ອມເປັນກໍລະນີພິເສດ ເມື່ອວັນອາທິດທີ່ຜ່ານມາ ຫລັງຮັບບໍ່ໄດ້ກັບຄວາມປະໄລໄຊອັບປະຍົດຕໍ່ ເບຣນຟອດ 0-4 ເມື່ອວັນເສົາ.
ເທນ ຮາກ ວາງແຜນເອົາໄວ້ວ່າ ຈະປ່ອຍໃຫ້ນັກເຕະໄດ້ພັກໃນວັນອາທິດ ເນື່ອງຈາກ ແມນເຊສເຕີ ຢູໄນເຕັດ ຈະຍັງບໍ່ມີຕາຕະລາງ ລົງເຕະຈົນກວ່າຈະເຖິງເກມແດງເດືອດກັບ ລີເວີພູລ ທີ່ສະໜາມ ໂອລ ແທຣ໊ຟຟອດ ໃນວັນຈັນທີ 22 ສິງຫາ.
ແນວໃດກໍຕາມ ຫລັງສະແດງຜົນງານໄດ້ຢ່າງໜ້າຜິດຫວັງໃນເກມບຸກໄປເສຍໃຫ້ ເບຣນຟອດ ແບບຫມົດສະພາບ ເທນ ຮາກ ຈຶ່ງປ່ຽນໃນຮຽກລູກທີມມາຝຶກຊ້ອມເຂັ້ມທີ່ ແຄຣິງຕັນ ເພືື່ອແກ້ໄຂຈຸດບົກພ່ອງທີ່ເຮັດໃຫ້ພວກເຂົາຖືກທີມຂອງ ໂທມັສ ແຟຣັງ ສອນບານແບບຄົນລະຊັ້ນ.

