ລີໂອເນລ ເມສຊີ ບໍ່ຕິດລາຍຊື່ເຂົ້າຊີງລາງວັນບັລລົງດໍ ຄັ້ງທຳອິດໃນຮອບ 17 ປີ

ວາລະສານ ຟຣອງ ຟຸດບອລ ເປີດເຜີຍລາຍຊື່ 30 ນັກເຕະທີ່ມີລາຍຊື່ເຂົ້າຊີງລາງວັນ ບັລລົງດໍ 2022 ເຊິ່ງບໍ່ມີຊື່ຂອງ ລີໂອເນລ ເມສຊີ ກອງໜ້າ ປາຣີສ ແຊັກແມັງ ເປັນຄັ້ງທຳອິດໃນຮອບ 17 ປີ.

ສຳລັບລາງວັນ ບັລລົງດໍ ເຊິ່ງຈັດຂຶ້ນໂດຍ ວາລະສານ ຟຣອງ ຟຸດບອລ ຈາກຝຣັ່ງຈະມອບໃຫ້ນັກເຕະທີ່ມີຜົນງານດີທີ່ສຸດເຊິ່ງຕາມແຕ່ກ່ອນຈະພິຈາລະນາມອບລາງວັນຕາມປະຕິທິນແຂ່ງຂັນລາຍປີມາຕະຫລອດ ແຕ່ວ່າປີນີ້ຈະປັບປຸງຮູບແບບການພິຈາລະນາເປັນຕາມປະຕິທິນແຂ່ງຂັນລະດູການບານເຕະລີກຢູໂຣບ.

ຫລ້າສຸດເມື່ອວັນທີ 12 ສິງຫາ ຟຣອງ ຟຸດບອລ ໄດ້ມີການປະກາດລາຍຊື່ນັກເຕະ 30 ຄົນສຸດທ້າຍທີ່ມີຊື່ເຂົ້າຊີງລາງວັນດັ່ງກ່າວ ນຳໂດຍ ຄາຣິມ ເບນເຊມາ, ໂຣເບີດ ເລວານດອບສະກີ, ໂມຮາເຫມັດ ຊາລາ ແລະ ຄຣິສຕຽນໂນ ໂຣນັລໂດ ເປັນຕົ້ນ.

ແຕ່ແລ້ວ ບໍ່ມີຊື່ຂອງ ລີໂອເນລ ເມສຊີ ດາວເຕະຂອງ ເປແອສເຊ ແລະ ທີມຊາດອາເຊນອລ ເຊິ່ງເປັນເຈົ້າຂອງລາງວັນ ບັລລົງດໍ 7 ສະໄຫມ ຢູ່ໃນລາຍຊື່ ພ້ອມເປັນຄັ້ງທຳອິດຕັ້ງແຕ່ປີ 2005 ຫລື 17 ປີ ທີ່ນັກເຕະອາຍຸ 35 ປີບໍ່ມີຊື່ໃນລາຍການ ຫລັງສ້າງຜົນ ງານໄດ້ບໍ່ໜ້າພໍໃຈເມື່ອລະດູການຜ່ານມາ.

  1. ເທຣນ ອະເລັກຊານເດີ-ອາໂນລ ( ລິເວີພູລ ອັງກິດ )
  2. ຄາລິມ ເບນເຊມາ (ຣຽວ ມາດຣິດ, ຝຣັ່ງ)
  3. ເຊົາ ການເຊໂລ (ແມນເຊັສເຕີ ຊິຕີ້, ໂປຣຕຸເກສ)
  4. ຄາເຊມີໂຣ (ຣຽວ ມາດຣິດ, ບຣາຊິລ)
  5. ທີໂບ ກູຕົວ (ຣຽວ ມາດຣິດ, ເບລຢ້ຽມ)
  6. ເຄວິນ ເດີ ບຣອຍ (ແມນເຊັສເຕີ ຊິຕີ້, ເບລຢ້ຽມ)
  7. ຫລຸຍ ດີອາສ (ລີເວີພູລ, ໂຄລົມເບຍ)
  8. ຟາບິນໂຢ (ລີເວີພູລ, ບຣາຊິລ)
  9. ຟິລ ໂຟເດັນ (ແມນເຊັສເຕີ ຊິຕີ້, ອັງກິດ)
  10. ເອີລິງ (ແມນເຊສເຕີ ຊິຕີ້, ນໍເວ)
  11. ເຊບາສຕຽນ ອາລເລີ (ໂບຣຸສເຊຍ ດອດມຸນ, ໄອວົວຣີ ໂຄສ)
  12. ແຮຣີ ເຄນ ( ທັອດແນມ ຮັອດສະເປີ, ອັງກິດ)
  13. ໂຢຊວຍ ຄິມມິດ (ບາເຢິນ ມິວນິກ, ເຢຍລະມັນ)
  14. ຣາຟາເອລ ເລໂອ (ເອຊີ ມິລານ, ໂປຣຕຸເກສ)
  15. ໂຣເບີດ ເລວານດອບສະກີ (ບາເຊໂລນາ, ໂປແລນ)
  16. ຣີຢາດ ມາເຣສ (ແມນເຊັສເຕີ ຊິຕີ້, ແອນຈີເຣຍ)
  17. ໄມ ເມຢອງ (ເອຊີ ມິລານ, ຝຣັ່ງ)
  18. ຊາດິໂອ ມາເນ (ບາເຢິນ ມິວນິກ, ເຊເນການ)
  19. ຄີລຽນ ເອັມບັບເປ (ປາຣີ ແຊັງແຊັກແມັງ, ຝຣັ່ງ)
  20. ລູກາ ໂມດຣິກ (ຣຽວ ມາດຣິດ, ໂຄຣເອເຊຍ)
  21. 21. ຄຣິສຕອບເຟີ ເອັນຄຸນຄູ (ໄລຊິກ, ຝຣັ່ງ)
  22. ດາວິນ ນູເນສ ( ລິເວີພູລ, ອູຣູກວາຍ )
  23. ຄຣິສຕຽນໂນ ໂຣນັລໂດ (ແມນເຊສເຕີ ຢູໄນເຕັດ, ໂປຣຕຸເກສ)
  24. ອັນໂຕນິໂອ ຣູດີເກີ (ຣຽວ ມາດຣິດ, ໂຄຣເອເຊຍ, ເຢຍລະມັນ)
  25. ໂມຮາເຫມັດ ຊາລີ (ລີເວີພູລ, ອີຢິບ)
  26. ເບີນາໂດ ຊິລວາ (ແມນເຊັສເຕີ ຊິຕີ້, ໂປຣຕຸເກສ)
  27. ຊອນ ເຮືອງ ມິນ (ທັອດແນມ ຮັອດສະເປີ, ສ.ເກົາຫລີ)
  28. ເວີຈິລ ຟານ ໄດ (ລີເວີພູລ, ເນເທີແລນ)
  29. ວີນີຊີອຸສ ຈູເນຍ (ຣຽວ ມາດຣິດ, ຝຣັ່ງ)
  30. ດູຊານ ວະລາໂຮວິດ (ຢູເວນຕຸສ, ເຊີເບຍ).