ປະກາດຍົກຍ້າຍ-ແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ

ວັນທີ10ສິງຫາ2022 ຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກາດຍົກຍ້າຍ-ແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ເປັນປະທານໂດຍ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ. ມີທ່ານບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ແລະ ແຂກພາກສ່ວນຕ່າງໆຂ້ອງເຂົ້າຮ່ວມ.

ໃນພິທີ ໄດ້ປະກາດຍົກຍ້າຍ ທ່ານ ພັນເອກ ອິນສົມ ທຳລະສິນ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ຢູ່ກອງບັນຊາການ ປກສ ແຂວງຫລວງນ້ຳທາ. ແລະ ປະກາດແຕ່ງຕັ້ງ ທ່ານ ພັນເອກ ຈັນພອນ ເພັດຄຳສີ ເປັນຫົວໜ້າ ກອງບັນຊາການ ປກສ ແຂວງບໍ່ແກ້ວ, ສ່ວນຮອງຫົວໜ້າກອງບັນຊາການທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ກ່າວວ່າ: ການປະກາດຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າກອງບັນຊາການ ປສກ ແຂວງບໍ່ແກ້ວ ຄັ້ງນີ້ ເພື່ອເປັນການປັບປຸງໃຫ້ເຂົ້າລະບົບ ແລະ ປະຕິບັດຕາມການຈັດຕັ້ງມອບໝາຍ ເຊິ່ງເປັນສິ່ງທີ່ມີຄວາມໝາຍ-ຄວາມສຳຄັນໃນການຕັດສິນໄຊຊະນະ ຂອງການເຮັດສຳເລັດໜ້າທີ່ການເມືອງ, ເຮັດໃຫ້ການຂະຫຍາຍຕົວຂອງກຳລັງປະກອບອາວຸດມີຄຸນນະພາບ ແລະ ປະສິດທິຜົນຖືເປັນການປັບປຸງບົນພື້ນຖານການເຫັນດີ ການຄົ້ນຄ້ວາຢ່າງຖີ່ຖ້ວນການຕົກລົງເຫັນດີຂອງຂັ້ນເທິງ. ພ້ອມກັນນັ້ນ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຍັງໄດ້ເນັ້ນຕໍ່ຜູ້ທີ່ຮັບໜ້າທີ່ໃໝ່ໃຫ້ສຸມໃສ່ສຶກສາອົບຮົບການເມືອງ-ແນວຄິດພະນັກງານ-ນັກຮົບຢ່າງເລິກເຊິ່ງເຖິງຖອງ ເພີ່ມທະວີຄວາມຮັບຜິດຊອບໃນການບັນຊາການນຳພາບັນ, ກໍ່ສ້າງພັກ, ກໍ່ສ້າງກຳລັງໃຫ້ໜັກແໜ້ນເຂັມແຂວງ, ເສີມຂະຫຍາຍຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເຮັດໜ້າທີ່ແກ້ໄຂຫລາຍບັນຫາຢ່າງສອດຄ່ອງ, ຖືກຕ້ອງພາວະວິໄສ, ເປັນແບບຢ່າງນຳໜ້າ, ມີຈັນຍາບັນ, ຈັນຍາທຳ, ມີຄວາມສະດຸ້ງໄວ ມີຄວາມຮັບຜິດຊອບສູງຕໍ່ການປະຕິບັດໜ້າທີ, ເດັດດ່ຽວ, ຕ້ານການໂອ້ອວດ, ຕ້ານການມີອະຄະຕິຕ່າງໆ, ມີແຜນການນຳພາເຮັດວຽກທີ່ດີ, ສອດຄ່ອງ, ມີຄວາມເປັນເອກະພາບກັນເປັນໝູ່ຄະນະ, ເພີ່ມທະວີເອົາໃຈໃສ່ປັບປຸງໂຕເອງ, ມີສະຕິເປັນເຈົ້າການນຳພາ-ບັນຊາ, ຈິງໃຈໃນການຮັບຟັງ ເພື່ອສ້າງກຳລັງປ້ອງກັນຄວາມສະຫງົບ ເປັນກຳລັງເຂັມແຂວງ, ກ້າວໜ້າ ແລະ ທັນສະໄໝດີຂຶ້ນເປັນກ້າວໆ.