ທ່ານ ພັນໂທ ບຸນມີ ກັນຕີຍາວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ລາຍງານໃຫ້ຮູ້ວ່າ: ໃນວັນທີ 06 ສິງຫາ 2022, ເວລາ 11:00 ໂມງ ເຈົ້າໜ້າທີ່ຕໍາຫຼວດກອງຮ້ອຍຈະລາຈອນ ກອງບັນຊາການ ເມືອງນາຊາຍທອງ ໄດ້ອອກປະຕິບັດໜ້າທີ່ປະຈໍາປ້ອມຍາມ ສາມແຍກບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ສາມາດຈັບຕົວນັກຂັບຂີ່ມີຢາເສບຕິດ 01 ຄົນ ຊື່ທ້າວ ອາໂນລັກ ອາຍຸ 37 ປີ, ຢູ່ບ້ານຮ່ອງແຊງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ພ້ອມຂອງກາງຢາບ້າ 1,202 ເມັດ, ເງິນຈຳນວນ 10.900.000 ກີບ ແລະ ໂທລະສັບ 2 ໜ່ວຍ ຈິ່ງໄດ້ສົ່ງ ຜູ້ກ່ຽວໃຫ້ ປກສ ເມືອງນາຊາຍທອງ ດໍາເນີນຄະດີ.
ສອບສວນ ທ້າວ ອາໂນລັກ ໄດ້ຮັບສາລະພາບວ່າ: ວັນທີ 04 ສິງຫາ ປີ 2022, ເວລາ 16:30 ໂມງ ໄດ້ໄປຊື້ຢາບ້ານໍາຜູ້ຮ່ວມຂະບວນການຈໍານວນ 2.000 ເມັດ ໄດ້ຢາບ້າມາ ກໍ່ເອົາມາເສບ ແລະ ຂາຍ ຍັງເຫຼືອ 1,202 ເມັດ ຍັງບໍໍ່ທັນໄດ້ເສບ ຫລື ຂາຍ. ຮອດເວລາ 11:00 ໂມງ ຂອງວັນທີ 06 ສິງຫາ ປີ 2022 ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ ນອກຈາກນີ້ ຜູ້ກ່ຽວຍັງຮັບສາລະພາບອີກວ່າ: ເລີ່ມເຄື່ອນໄຫວຄ້າ-ຂາຍຢາ ເສບຕິດ (ຢາບ້າ) ມາແຕ່ຊ່ວງເດືອນ ມິຖຸນາ ປີ 2022.
ປັດຈຸບັນ ເຈົ້າໜ້າທີ່ພວມດໍາເນີນການສືບສວນ-ສອບສວນ ຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.