ແມນບານ ແມນຢູ ກຽມສ້າງປາກົດການຄັ້ງໃຫຍ່ນັດບໍ່ເຂົາຊົມເກມແດງເດືອດ ເພື່ອໄລ່ຕະກູນ ເກລເຊີ

ແຟນບານແມນເຊສເຕີ ຢູໄນເຕັດ ແຫ່ຖືກໃຈແຄມເປນໃຫມ່ທີ່ມີກຸ່ມແຟນບານກຽມບໍ່ເຂົ້າຊົມເກມໃນບ້ານຂອງພວກເຂົາ.

ການຕໍ່ຕ້ານຕະກູນເກລເຊີ ເຈົ້າຂອງທີມ ແລະ ຜູ້ບໍລິຫານລະດັບສູງຂອງແຟນບານ ແມນເຊສເຕີ ຢູໄນເຕັດ ມີມາຢ່າງຍາວນານ ຫລາຍປີແລ້ວ ແລະ ທຸກໆປີກໍຈະຍົກລະດັບຄວາມໂຫດຂຶ້ນເລື້ອຍໆ.

ເຊິ່ງເມື່ອອາທິດທີ່ຜ່ານມາໃນເກມເປີດລະດູການ 2022-23 ທີ່ທີມເສຍຄາບ້ານໃຫ້ ໄບຣຕັນ ດ້ວຍປະຕູ 1-2 ເຫລົ່າບັນດາແຟນ ບານຈຳນວນຫລາຍກໍໄດ້ປິດຖະໜົນ ແລະ ປະທ້ວງຄວາມບໍ່ພໍໃຈກັບການບໍລິຫານງານທີ່ເຮັດໃຫ້ສະໂມສອນຕົກຕ່ຳ ແລະ ແຫ່ເດີນຂະບວນປະທ້ວງກັນຫລາຍຮ້ອຍ ແລະ ອາດຫລາຍເຖິງຫລັກພັນຄົນ.

ເຊິ່ງຫລ້າສຸດ Sun Sport ສື່ກິລາຊື່ດັງຂອງອັງກິດລາຍງານວ່າ ແຟນບານ ແມນເຊສເຕີ ຢູໄນເຕັດ ໄດ້ມີສ້າງແນວຄິດທີ່ມີຊື່ວ່າ : EmtyOldTrafford  ເຊິ່ງເປັນການປະທ້ວງບໍ່ເຂົ້າຊົມເກມໃນ ໂອນ ແທຣ໊ຟຟອດ ສະໜາມຂອງພວກເຂົາໃນວັນທີ 22 ສິງຫານີ້ ເຊິ່ງສະໂມສອນຈະຕ້ອງໂຄຈອນມາພົບກັບ ລີເວີພູລ ຄູ່ປັບຕະຫລອດການຕັ້ງແຕ່ເກມທີ 3 ຂອງລະດູການ.

ເຊິ່ງມີແຟນບານຈຳນວນຫລາຍແຫ່ໃຫ້ຄວາມດຄິດເຫັນດີກັບແນວຄິດໃໝ່ນີ້

  • ພໍ ກໍຄື ພໍ #EmtyOldTrafford #GlazersOut #GlazersSellUnited
  • ຖ້າເຈົ້າຮັກ ແມນເຊສເຕີ ຢູໄນເຕັດ ຈົງຢູ່ນອກ ໂອນ ແທຣ໊ຟຟອດ
  • ບ່ອນນັ່ງຂ້ອຍຈະຫວ່າງໃນເກມນີ້ຢ່າງແນ່ນອນ ມາຮ່ວມກັນ ມັນເຖິງເວລາແລ້ວ.