ເອຟເວີຕັນ ໄດ້ ໂອນານາ ຮ່ວມທີມສົມໃຈນຶກ

ເອຟເວີຕັນ ທີມດັງແຫ່ງພຣີເມຍລີກ ອັງກິດ ຈັດການປິດບັນຊີຄວ້າ ອາມາດູ ໂອນານາ ກອງກາງດາວຮຸ່ງຂອງ ລີລ ທີມເກ່ັງຂອງຝຣັ່ງ ມາເສີມທີມຮຽບຮ້ອຍດ້ວຍຄ່າຕົວ 33 ລ້ານປອນ.

ລາຍງານຂ່າວໃນເວັບໄຊຢ່າງເປັນທາງການຂອງ ເອຟເວີຕັນ Evertonfc.com ລະບຸວ່າ ດາວເຕະທີມຊາດເບລຢຽມ ຈັບປາກກາເຊັນສັນຍາໃນຖິ່ນ ກູດິສັນ ປາກ ເປັນເວລາ 5 ປີ ຫລື ຍາວໄປຈົນເຖິງປີ 2027.

ດາວເຕະອາຍຸ 20 ປີ ເຊິ່ງມີຂ່າວວ່າໄດ້ຮັບຄວາມສົນໃຈຈາກ ເວສແຮມ ຢູໄນເຕັດ ເຊັ່ນກັນນັ້ນ ກ່າວວ່າ : ‘‘ ມັນເປັນ ຄວາມຮູ້ສຶກທີ່ດີເດັ່ນຫລາຍທີ່ໄດ້ມາຢູ່ກັບເອຟເວີຕັນ ຂ້ອຍຄິດວ່ານີ້ຄືສະໂມສອນໃຫຍ່ ແລະ ເປັນຫນຶ່ງໃນສະໂມສອນ ທີ່ຍິ່ງໃຫຍ່ທີ່ສຸດໃນອັງກິດ ມັນເປັນບາງຢ່າງທີ່ຂ້ອຍຢາກຈະເປັນສ່ວນມາດົນຫລາຍປີແລ້ວ ’’.