ສະໝູນໄພຮັກສາແຂ້ວແມງ

ແຂ້ວເປັນອະໄວຍະວະທີ່ຢູ່ໃນຊ່ອງປາກທີ່ເຮົາຕ້ອງໄດ້ເບີ່ງແຍງເອົາໃຈໃສ່ ໃຜທີ່ມີສຸຂະພາບແຂ້ວທີ່ດີຍ່ອມມີຄວາມໝັ້ນໃຈແຕ່ບໍ່ແມ່ນວ່າທຸກຄົນຈະມີສຸຂະພາບແຂ້ວທີ່ດີສະເໝີໄປ ຫລາຍໆຄົນກໍ່ມີບັນຫາເລື່ອງຂອງແຂ້ວ ເຊັ່ນ: ແຂ້ວບໍ່ແຂງແຮງ, ແຂ້ວຜຸ, ແມງກີນແຂ້ວ, ແຂ້ວຫລົ້ມ, ແຂ້ວອ່ຽງ, ແລະ ອາການປວດແຂ້ວນັ້ນຄົງຮູ້ກັນດີເລີຍວ່າເຈັບສຸດໆເຊັ່ນກັນ ທາງແກ້ຄືກີນຢາແກ້ປວດ ແລະ ໄປພົບໝໍແຂ້ວ ແຕ່ມື້ນີ້ເຮົາມີອີກວິທີທີ່ຈະຊ່ວຍຫລຸດອາການເຈັບແຂ້ວດ້ວຍຢາສະໝູນໄພມາຝາກ. ສະໝູນໄພແກ້ອາການເຈັບແຂ້ວມີດັ່ງນີ້:

 

  1. ແກ່ນຫອມປ້ອມ: ນຳເອົາແກ່ນຫອມປ້ອມໄປຕົ້ມກັບນຳ້ ແລ້ວນຳມາບ້ວນປາກຕະຫລອດຈະຊ່ວຍບັນເທົາອາການເຈັບແຂ້ວໄດ້ອີກດ້ວຍ.
  2. ນຳ້ມັນກ້ານພູ: ຫາກເຈັບແຂ້ວຫລາຍນຳ້ມັນກ້ານພູ ເປັນສະໝູນໄພທີ່ຊ່ວຍລະງັບອາການເຈັບແຂ້ວໄດ້ດີທີ່ສຸດພຽງອົມນຳ້ມັນກ້ານພູໄວ້ປະມານ 5 ນາທີ ຈະເຮັດໃຫ້ຮູ້ສືກມືນຢ່າງໄວວາ ແຕ່ມີສິດຢູ່ໄດ້ດົນແຕ່ປະມານ 90 ນາທີເທົ່ານັ້ນ
  3. ວ້ານຫາງແຂ້: ອີກໜຶ່ງສະໝູນໄພແກ້ເຈັບແຂ້ວທີ່ຄ່ອນຂ້າງຫາໄດ້ງ່າຍຫລາຍ ເນື່ອງຈາກວ້ານຫາງແຂ້ຈະມີສັບພະຄຸນໃນການທຳລາຍເຊື້ອພະຍາດ ແລະ ສະຫລາຍສານຜິດ (Neutralization) ຂອງເຊື້ອພະຍາດ ວິທີໃຊ້ກໍງ່າຍໆ ພຽງແຕ່ຊອຍວ້ານຫາງແຂ້ເປັນທ່ອນໆ ຍາວປະມານ 2-3 ຊັງຕີແມັດ ແລ້ວນຳມາເໜັບໃສ່ທີ່ຫວ່າງແຂ້ວບໍລິເວນທີ່ເຈັບກໍຈະຊ່ວຍ ບັນເທົາອາການໄດ້.
  4. ດອກດາວເຮືອງ: ດອກດາວເຮືອງທີ່ເຮົາຄຸ້ນເຄີຍນຳເອົາດອກແຫ້ງ 7-8 ດອກໄປຕົ້ມກັບນຳ້ໃນປະລິມານທີ່ພໍດີແລ້ວເອົາມາດື່ມກໍສາມາດຫລຸດອາການເຈັບແຂ້ວໄດ້ໂດຍບໍ່ຕ້ອງເພີ່ງຢາແກ້ປວດ ອີກທັງຍັງສາມາດຂັບຮ້ອນໃນຮ່າງກາຍໄດ້ອີກ.
  5. ນ້ຳຫົວກະທຽມ : ພຽງແຕ່ໃຊ້ສຳລີຊຸບນຳ້ຫົວກະທຽມ ແລ້ວນຳມາທາບໍລິເວນທີ່ເຈັບແຂ້ວ ຈະຊ່ວຍບັນເທົາອາການເຈັບໄດ້ດີ
  6. ໃບຊາ: ໃບຊາມີຄຸນສົມບັດທີ່ບໍ່ຄວນເບີ່ງຂ້າມນັ້ນກໍ່ຄື ຊ່ວຍຫລຸດອາການອັກເສບ ແລະ ຫລຸດອາການເຈັບແຂ້ວໄດ້ ພຽງແຕ່ນຳໃບຊາແຫ້ງໄປແຊ່ໃນນຳ້ຮ້ອນປະມານ 20ນາທີ ແລ້ວຖ້າຈົນກ່ວານຳ້ຈະເລີ່ມອຸ່ນຈາກນັ້ນເອົາບ້ວນປາກທຸກມື້ ແລ້ວຕາມດ້ວຍນຳ້ສະອາດບ້ວນອີກເທື່ອໜື່ງຈະຊ່ວຍໃຫ້ເຈັບແຂ້ວຫລຸດລົງ.
  7. ຜັກບົ້ງນາ: ນອກຈາກຈະໃຊ້ໃນການປະກອບອາຫານແລ້ວ ຜັກບົ້ງນາຍັງມີສັບພະຄຸນຊ່ວຍຫລຸດອາການເຈັບແຂ້ວໄດ້ ພຽງແຕ່ນຳເອົາຮາກສົດໆຂອງຜັກບົ້ງນາປະມານ 10 ກຣາມ ຕຳໃຫ້ລະອຽດແລ້ວຄັ້ນເອົາແຕ່ນຳ້ປະສົມກັບນຳ້ສົ້ມສາຍຊູອົມໄວ້ 5 ນາທີ ແລ້ວບ້ວນອອກດ້ວຍນຳ້ສະອາດ.
  8. ໝາກໄສ: ສູດນີ້ນິຍົມກັນມາຕັ້ງແຕ່ສະໄໝບູຮານແລ້ວ ພຽງນຳເອົາຮາກສົດໆຂອງຕົ້ນໝາກໄສ້ມາຕຳພໍແຫລກຈາກນັ້ນກໍ່ນຳໄປພອກບໍລິເວນແຂ້ວເຫລັ້ມທີ່ເຈັບໂດຍໃຊ້ລີ້ນກົດໄວ້ບືດ1 ຈາກນັ້ນອາການເຈັບແຂ້ວກໍຈະຄ່ອຍໆຫາຍໄປ.
  9. ຂ່າ ກັບ ເກືອ : ພຽງນຳເອົາຂາແກ່ທີ່ກຳລັງສົດໆ ຕຳໃຫ້ລະອຽດ ຈາກນັ້ນໃສ່ເກືອລົງໄປເລັກໜ້ອຍເມື່ອໄດ້ແລ້ວນຳໄປອັດແຂ້ວທີ່ຜຸ ຫຼື ເປັນຮູ ຫຼື ນຳໄປພອກບໍລິເວນແຂ້ວທີ່ເຈັບກໍຈະຊ່ວຍໃຫ້ອາການເຈັບຄ່ອຍໆດີຂື້ນ.