ແມນຢູ ປ່ຽນເປົ້າລ່າກອງກາງທາງເລືອກໃຫມ່ແທນ ເດິ ຢອງ ຫລັງເສຍຄາບ້ານ

ແມນຢູ ລ່າກອງກາງອີກຫນຶ່ງຄົນແທນ ແຟຣັງກີ ເດີຢອງ ທີ່ບໍ່ມີວີແວວຄືບໜ້າ ຫລັງເຫັນບັນຫາຈາກນັດເປີດລະ ດູການພຣີເມຍລີກ ເກມເສຍໃຫ້ ໄບຣຕັນ ຄາຖິ່ນ.

The Athletic ສື່ຊື່ດັງລາຍງານວ່າ : ແມນເຊສເຕີ ຢູໄນເຕັດ ພວມທາບທາມ ອາດຣຽງ ຣາບີໂອ ກອງກາງທີມຊາດຝຣັ່ງເສີມທີມ ຫລັງການຄວ້າ ແຟຣັງກີ ເດິ ຢອງ ຈາກບາເຊໂລນາຍັງບໍ່ມີວີແວວວ່າຈະປະສົບຄວາມສຳເລັດ ແລະ ຫາກໍໄດ້ເຫັນບັນດາມາ ໃຫມ່ໆຈາກເກມເສຍຄາບ້ານໃຫ້ກັບ ໄບຣຕັນ 1-2 ໃນການແຂ່ງຂັນພຣີເມຍລີກ ອັງກິດ ໃນນັດເປີດລະດູການ 2022-23.

ເກມເມື່ອຄືນຜ່ານມາ ແມນຢູ ເລີ່ມຕົ້ນ 11 ຄົນທຳອິດດ້ວຍການໃຊ້ ສະກັອດ ແມັກໂທມີເນ ແລະ ເຟຣັດ ເປັນກອງກາງຕົວຮັບ ຄູ່ກັນ ເຊິ່ງກໍສ້າງຜົນງານໄດ້ຢ່າງຫນ້າຜິດຫວັງ ແລະ ບໍ່ສາມາດຊ່ວຍທີມຄຸມເກມໄດ້ຈົນຖືກວິຈານຢ່າງຫນັກ ກ່ອນທີ່ເຄິ່ງເວ ລາທີສອງທັງຄູ່ຈະທະຍອຍຖືກປ່ຽນຕົວອອກໄປ ເຮັດໃຫ້ຮູບເກມເລີ່ມກົດດັນ ໄບຣຕັນ ໄດ້ຫລາຍຂຶ້ນ ແຕ່ບໍ່ພຽງພໍທີ່ຈະເຮັດໃຫ້ ລອດພົ້ນຈາກຄວາມປະລາໄຊ.

ຫລ້າສຸດແມນຢູ ໄດ້ເດີນໜ້າຄວ້າ ດາດຣຽງ ຣາບີໂອ ແລ້ວ ເພື່ອເຂົ້າມາແກ້ບັນຫາໃນແດນກາງ ເຊິ່ງດາວເຕະອາຍຸ 27 ປີ ເຫລືອສັນຍາກັບຢູເວນຕຸສ ທີມດັງໃນກັລໂຊ ເຊເຣຍ ອາ ອິຕາລີ ພຽງ 1 ປີ ສ່ົງຜົນໃຫ້ຄ່າຕົວໜ້າຈະບໍ່ແພງຫລາຍ ແລະ ລາວກໍບໍ່ໜ້າຢູ່ໃນແຜນການເຮັດທີມລະດູການນີ້ນຳອີກ ຫລັງຈາກຖືກສົ່ງໄປຊ້ອມກັບທີມຊຸດ U-23 ໂດຍໄລຍະອຸ່ນ ເຄື່ອງກ່ອນເປີດລະດູການ ຣາບີໂອ ກໍບໍ່ມີຊື່ໄປທົວໃນສະຫະລັດ ອາເມລິກາ ເຊິ່ງກໍລະບຸເຫດຜົນພຽງວ່າຕິດບັນຫາສ່ວນຕົວ.

ນອກຈາກນີ້ ແຟຣັງກີ ເດິ ຢອງ ກໍສະແດງຈຸດຢືນຕະຫລອດວ່າບໍ່ຢາກຍ້າຍມາ ແມນຢູ ເຖິງວ່າເຄີຍຕົກລົງຄ່າຕົວກັບ ບາເຊໂລນາ ໄດ້ແລ້ວ ທີ່ 79 ລ້ານປອນ ເຮັດໃຫ້ ເອຣິກ ເທນ ຮາກ ອາດບໍ່ຖ້າອະດີດລູກສິດອາແຈັກ ອຳເຕີດຳ ລາຍນີ້ ແລ້ວຫັນໄປຫາເປົ້າ ຫມາຍໃຫມ່ແທນ ຫລັງເສຍຕັ້ງແຕ່ເກມນັດທຳອິດຂອງພຣີເມຍລີກ 2022-23 ແຕ່ຄາດວ່າຈະຕ້ອງໄດ້ເປີດເສິກຍາກຕົວ ອາດຣຽງ ຣາບີໂອ ກັບ ປາຣີສ ແຊງ ແຊັກແມັງ ແລະ ໂອລິມປິກ ລີຢົງ ທີມດັງໃນລີກເອິ ຝຣັ່ງນຳອີກ.