ເດືອນກໍລະກົດ 2022 ທົ່ວປະເທດ ມີອຸບັດເຫດເກີດຂຶ້ນ 454 ຄັ້ງ, ເສຍຊີວິດ 66 ຄົນ

ພະແນກສືບສວນ-ສອບສວນ ຄະດີອຸບັດເຫດ ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ລາຍງານໃຫ້ຮູ້ວ່າ: ໃນເດືອນກໍລະກົດ 2022 ມີອຸບັດເຫດເກີດຂຶ້ນທົ່ວປະເທດ 454 ຄັ້ງ, ເພີ່ມຂຶ້ນ 57 ຄັ້ງ, ພາຫະນະເປ່ເພ 794 ຄັນ, ເພີ່ມຂຶ້ນ 91 ຄັນ, ຄົນໄດ້ຮັບບາດເຈັບ 646 ຄົນ, ເພີ່ມຂຶ້ນ 5 ຄົນ, ຄົນເສຍຊີວິດ 66 ຄົນ, ເພີ່ມຂຶ້ນ 17 ຄົນ.

ສະເພາະຢູ່ນະຄອນຫລວງວຽງຈັນ, ມີອຸບັດເຫດເກີດຂຶ້ນ 100 ລາຍ, ເພີ່ມຂຶ້ນ 14 ລາຍ, ພາຫະນະເປ່ເພ 195 ຄັນ, ເພີ່ມຂຶ້ນ 22 ຄັນ, ຄົນໄດ້ຮັບບາດເຈັບ 127 ຄົນ, ເພີ່ມຂຶ້ນ 35 ຄົນ, ຄົນເສຍຊີວິດ 11 ຄົນ, ຫລຸດລົງ 3 ຄົນ, ສາເຫດສ່ວນຫລາຍແມ່ນໃຊ້ຄວາມໄວເກີນ, ດື່ມເຫລົ່າ, ປ່ຽນທິດທາງເດີນ, ລ່ວງປ້າຍຫ້າມ, ຊີງຂຶ້ນໜ້າບໍ່ຮັບປະກັນ ແລະ ອື່ນໆ.

ແຂວງທີ່ເກີດອຸບັດເຫດ ຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ, ຮອງລົງມາແມ່ນແຂວງຫລວງພະບາງ, ສະຫວັນນະເຂດ, ຈໍາປາສັກ, ວຽງຈັນ ແລະ ແຂວງຫລວງນໍ້າທາ ເຊິ່ງອາຍຸຜູ້ທີ່ເກີດອຸບັດເຫດ ສ່ວນຫລາຍອາຍຸລະຫວ່າງ 16-30 ປີ, ອາຊີບຊາວນາ, ລອງລົງມາແມ່ນກຳມະກອນ, ນັກຮຽນ, ນັກສຶກສາ, ແຂວງທີ່ມີຄົນເສຍຊີວິດຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ, ຫລວງພະບາງ, ໄຊຍະບູລີ ແລະ ແຂວງຈຳປາສັກ.