ແມນຢູ ວາງເປົ້າຄວ້າ ເລີຣອຍ ຊາເນ ເສີມກອງຫນ້າ

ແມນເຊສເຕີ ຢູໄນເຕັດ ພວມພິຈາລະນາຄວ້າ ເລີຣອຍ ຊາເນ ມາເປັນຕົວເລືອກເພີ່ມຕື່ມໃນກອງໜ້າ ໂດຍມີການສອບຖາມ ເບື້ອງຕົ້ນກັບທາງບາເຢິນ ມິວນິກ ໄປແລ້ວ.

ສຳນັກຂ່າວ ມິຣເຣີ ລາຍງານວ່າ ແມນເຊສເຕີ ຢູໄນເຕັດ ທີມດັງແຫ່ງພຣີເມຍລີກ ອັງກິດ ພວມພິຈາລະນາຄວ້າຕົວ ເລີຣອຍ ຊາເນ ກອງກາງຂອງ ບາເຢິນ ມິວນິກ ທີມແຫ່ງບຸນເດສລີກາ ເຢຍລະມັນ ໂດຍມີການສອບຖາມຄວາມເປັນໄປໄດ້ເບື້ອງຕົ້ນແລ້ວ.

ປັດຈຸບັນ ຊາເນ ຕົກຢູ່ໃນສະຖານະການທີ່ບໍ່ດີປານໃດ ເນື່ອງຈາກບາເຢິນ ມີນັກເຕະທີ່ຫລິ້ນຮູບແບບໃກ້ຄຽງກັບລາວຫລາຍຄົນ ໂດຍນັດເປີດລະດູການໃຫມ່ບຸນເດສລີກາ ເມື່ອວັນທີ 5 ສິງຫາ ທີ່ບາເຢິນ ບຸກໄປຖະຫລົ່ມໄອທຣັກ ແຟຣັງເຟີ 6-1 ນັກເຕະລາຍ ນີ້ກໍໄດ້ລົງຫລິ້ນເປັນຕົວສຳຮອງເທົ່ານັ້ນ.

ຂະນະທີ່ແມນຢູ ເທນ ຮາກ ຜູ້ຈັດການທີມຊາວເນເທີແລນ ອ່າວພໍໃຈກັບຂຸມກຳລັງກອງໜ້າຢູ່ແລ້ວ ແຕ່ກໍຢາກມີຕົວເລືອກ ເພີ່ມຕື່ມ ເທນ ຮາກ ເບິ່ງວ່າ ຊາເນ ເປັນຜູ້ຫລິ້ນທີ່ໜ້າສົນໃຈ.

ຜ່ານມາ ເທນ ຮາກ ສົນໃຈ ອັນໂຕນີ ປີກຂອງອາແຈັກ ທີມໃນລີກເນເທີແລນ ແຕ່ອາແຈັກບໍ່ໜ້າຈະຍອມປ່ອຍງ່າຍໆ ຊາເນ ຈຶ່ງມີຊື່ຕິດມາໃນຖານະຕົວເລືອກລຳດັບຖັດໄປ ເຊິ່ງ ຊາເນ ມີປະສົບການໃນພຮີເມຍລີກເຫລືອເຟືອ ເພາະເຄີຍຫລິ້ນໃຫ້ແມນ ເຊສເຕີ ຊິຕີ ມາກ່ອນ.