ໃຜທີ່ຈະຍິງເປັນກອບເປັນກຳໄດ້, ເຟີດີນານ ຫ້າມແມນຢູ ຂາຍ ໂຣນັລໂດ

ຣີໂອ ເຟີດີນານ ລະບຸວ່າ : ບໍ່ວ່າແນວໃດກໍຕາມ ແມນເຊສເຕີ ກໍຈະປ່ອຍ ຄຣິສຕຽນໂນ ໂຣນັລໂດ ບໍ່ໄດ້ເດັດຂາດ ເພາະຕອນ ນີ້ພວກເຂົາບໍ່ສາມາດຫາຊື້ໃຜທີ່ຈະມາຍິງປະຕູໃຫ້ທີມຢ່າງເປັນກອບເປັນກຳແບບລາວໄດ້ ສ່ວນກອງຫນ້າທີ່ມີຢູ່ໃນຕອນນີ້ ເບິ່ງແລ້ວກໍຍັງບໍ່ເກ່ັງພໍທີ່ຈະຝາກອະນາຄົດໄວ້ໄດ້.

ຕະຫລອດໄລຍະຜ່ານມາມີກະແສຂ່າວວ່າ ໂຣນັລໂດ ຕ້ອງການຍ້າຍອອກຈາກທີມເພື່ອທີ່ຈະໄດ້ລົງຫລິ້ນ ຢູຟາ ແຊ໊ມປຽນລີກ ໃນລະດູການນີ້ ໂດຍເຖິງວ່າລາວຈະບໍ່ເຄີຍອອກມາໃຫ້ສຳພາດວ່າມີຄວາມຄິດແບບນັ້ນແທ້ໆ ແຕ່ລາວກໍບໍ່ເຄີຍປະຕິເສດມັນຄືກັນ ແຕ່ຈົນເຖິງຕອນນີ້ມັນກໍຍັງບໍ່ມີທີມໃດທີ່ສະແດງທ່າທີວ່າເຕັມໃຈທີ່ຈະດຶງລາວໄປຮ່ວມທີມ ຈົນເຮັດໃຫ້ອະນາຄົດ ຂອງລາວຍັງເຕັມໄປດ້ວຍຄວາມບໍ່ແນ່ນອນ.

ເຟີດີນານ ກ່າວວ່າ : ‘‘ ຫລາຍຄົນບອກວ່າ ເຈົ້າຄວນຈະປ່ອຍ ໂຣນັລໂດ ຖ້າບໍ່ດັ່ງນັ້ນເຈົ້າກໍຕ້ອງຫາຄົນທີ່ສາມາດຍິງໄດ້ 25 ປະຕູ ເຂົ້າມາແທນລາວໃຫ້ໄດ້ກ່ອນ ຄົນທີ່ເຮັດແບບນັ້ນໄດ້ມີ ດາວິນ ນູນເຢສ ເຊິ່ງມີທີມໃຫມ່ໄປແລ້ວ, ເອີລິງ ຮາແລນ ທີ່ໄດ້ທີມໃຫມ່ໄປ ແລ້ວ ແລະ ໂຣເບີດ ເລວານດອບສະກີ ເຊິ່ງກໍໄດ້ທີມໃຫມ່ໄປແລ້ວຄືກັນ ພວກເຂົາເປັນ 3 ນັກເຕະທີ່ເຈົ້າຈະຄິດວ່າ ພວກເຂົາຈະສາ ມາດເຂົ້າມາຫລິ້ນໃຫ້ກັບ ແມນເຊສເຕີ ຢູໄນເຕັດ ໄດ້ໃນທັນທີ ແຕ່ພວກເຂົາກໍໄດ້ທີມໃຫມ່ໄປແລ້ວ ’’.

‘‘ ດັ່ງນັ້ນ ແມນຢູ ຈະປ່ອຍ ໂຣນັລໂດ ອອກໄປບໍ່ໄດ້ເດັດຂາດ ພວກເຂົາຈະເຮັດແບບນັ້ນບໍ່ໄດ້ ຕໍ່ໃຫ້ລາວອ້ອນວອນຂໍຍ້າຍ ພວກເຂົາກໍຈະປ່ອຍລາວອອກໄປບໍ່ໄດ້ ຂ້ອຍຄິດວ່ານັ້ນບໍ່ແມ່ນສິ່ງທີ່ເຫມາະສົມ ’’.