ທະນາຄານກາງອັງກິດ ປັບຂຶ້ນອັດຕາດອກເບ້ຍ ຈາກ 0,50% ມາ​ເປັນ ​1,75% ສູງສຸດໃນຮອບ 27 ປີ

ຂ່າວຣອຍ​ເຕີ ລາຍງານວັນ​ທີ 5​ ສິງຫາ 2022 ​ນີ້ ໃຫ້ຮູ້ວ່າ: ທະນາຄານ​ກາງ​ ອັງກິດປະກາດ​ປັບ​ຂຶ້ນດອກ​ເບ້ຍຈາກ 0,50% ມາ​ເປັນ ​1,75% ​ຊຶ່ງເປັນອັດຕາ​ສູງ​ສຸດ ໃນ​ຮອບ 27ປີ ​ເພື່ອ​ແກ້​ໄຂ​ບັນຫາ​ເງິນ​ເຟີ້​ ໃນ​ປະ​ເທດຈະ​ກ້າວ​ກະ​ໂດດ​ໄປ​ລະດັບ13% ໃນ​ເດືອນ​ຕຸລາ​ປີ​ນີ້ເຖິງ​ວ່າ​ເສດຖະກິດຈະ​ກ້າວ​ເຂົ້າສູ່ສະພາວະ​ຖົດຖອຍ​ແບບ​ຍາວ​ນານ ໃນ​ຕໍ່ໜ້າ.