ລັກລົດຈັກ ສຸດທ້າຍໄປບໍ່ລອດ

ພັທ ພອນໄຊ ທໍຈົ່ງເລຍຈີ ໃຫ້ຮູ້ວ່າ: ເວລາ 11:00 ໂມງ ຂອງວັນທີ 29 ກໍລະກົດ 2022 ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍມາລັກເອົາລົດຈັກເວບ 100 ສີຂຽວດຳ ທີ່ຈັດໄວ້ຢູ່ວັດປ່າ ບ້ານນາຄັນທຸງ.

ຈາກນັ້ນ ເຈົ້າໜ້າທີ່ໄດ້ສົມທົບກັບບ້ານ ຕິດຕາມ ມາຮອດເວລາ 11:00 ໂມງ ພົບເຫັນ ແລະ ຈັບຕົວຄົນຮ້າຍໄດ້ ຊື່ທ້າວ ບຸນມາ ອາຍຸ 28 ປີ ກໍາມະກອນ ຢູ່ບ້ານພູຄໍາ ເມືອງໄຊທານີ ມາດຳເນີນຄະດີ ສອບສວນເບື້ອງຕົ້ນ ຕົນກໍຮັບສາລະພາບວ່າ ໄດ້ລັກລົດຈັກແທ້ ປກສ ກຸ່ມບ້ານຊ້າງ ຈຶ່ງສົ່ງຕົວໃຫ້ ກອງບັນຊາການ ປກສ ເມືອງໄຊທານີ ສືບຕໍ່ດໍາເນີນຄະດີຕາມກົດໝາຍ.