ຍອດຜູ້ເສຍຊີວິດ ແລະ ບາດເຈັບ ຈາກແຜນດິນໄຫວ ຢູ່ຟີລິບປິນ

ນະຄອນຫລວງ​ ມະນິລາ ປະເທດ ຟີລິບປິນ ​ລາຍ​ງານ​ ຫລ້າ​ສຸດ: ​​ກ່ຽວ​ກັບ ສະຖານະ​ການ ​ແຜນ​ດິນ​ໄຫວ ​ຢູ່ ​ຟິລິບ​ປິນ ​ໃນ​ວັນ​ທີ 27​ ກໍລະກົດ 2022 ​ຜ່ານມາ,  ມີ​ຜູ້​ເສຍ​ຊີວິດ ​ຢ່າງ​ໜ້ອຍ 4ຄົນ ​ແລະ ​ບາດ​ເຈັບ​ອີກ 60ຄົນ. ຂະນະ​ທີ່ ​ເຮືອນ​ປະຊາຊົນ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ຫລາຍ​ຫລັງ. ຈຸດ​ສູນ​ກາງ ​ແຜນ​ດິນ​ໄຫວ​ ຫ່າງ​ຈາກ ​ເມືອງ​ໂດ​ໂລ​ເຣສ ​ໄປ​ທາງ ​ຕາ​ເວັນ​ອອກ ​ສ່ຽງ​ໃຕ້ ປະມານ 11ກິ​ໂລ​ແມັດ ​ແລະ ຢູ່​ເລິກ​ພຽງ10 ​ກິ​ໂລ​ແມັດ. ສ່ວນ​ອາຄານ 173 ​ແຫ່ງ ​ໄດ້ຮັບ​ ຄວາມ​ເສຍ​ຫາຍ ​ແລະ ມີ​ລາຍ​ງານ​ ດິນ​ເຈື່ອນ 58ຈຸດ. ປັດຈຸບັນ ​ເຈົ້າໜ້າ​ທີ່ ​ກູ້​ໄພ ຟີ​ລິບ​ປິນ ​ເລັ່ງ​ໃຫ້ການ ​ຊ່ວຍ​ເຫລືອ ​ຜູ້​ເຄາະ​ຮ້າຍ ​ຈາກ​ເຫດການ ​ດັ່ງກ່າວ.