ບໍ່ຢາກໃຫ້ລູກຕິດໂຄວິດ-19 ພໍ່ແມ່ຕ້ອງເພີ່ມຄວາມລະມັດລະວັງຫຍັງແດ່.

  

  1. ຮີບອາບນຳ້ທັນທີເມື່ອກັບມາຮອດເຮືອນ : ເວລາພໍ່ແມ່ອອກໄປເຮັດວຽກ ມີຄວາມເປັນໄປໄດ້ທີ່ເຊື້ອພະຍາດຕ່າງໆອາດຕິດມາຕາມເຄື່ອງນຸ່ງ ແລະ ຮ່າງກາຍ ດັ່ງນັ້ນ ເມື່ອກັບມາຮອດເຮືອນແລ້ວ ພໍ່ແມ່ຄວນຮີບໄປລ້າງມື, ລ້າງໜ້າ, ປ່ຽນເຄື່ອງນຸ່ງ ຫລື ທາງທີ່ດີຄວນຈະອາບນຳ້ກ່ອນໄປສຳຜັດໃກ້ຊິດລູກ ເພື່ອປ້ງອກັນການນຳເຊື້ອພະຍາດໄປຕິດໃສ່ລູກ.
  2. ບໍ່ເປົ່າອາຫານໃຫ້ລູກ : ເນື່ອງຈາກເຊື້ອໄວຣັສໂຄວິດ – 19 ແຜ່ເຊື້ອຜ່ານລະອອງຝອຍຂອງນຳ້ມູກ, ນຳ້ລາຍ. ດັ່ງນັ້ນ, ເວລາທີ່ພໍ່ແມ່ເປົ່າອາຫານໃຫ້ລູກ (ອາຫານຮ້ອນ) ຈຶ່ງມີຄວາມສ່ຽງທີ່ເຊື້ອພະຍາດຕ່າງໆຈະປົນເປື້ອນໃນອາຫານຂອງລູກ ທາງທີ່ດີຄວນລໍຖ້າໃຫ້ອາຫານອຸ່ນກ່ອນທີ່ຈະປ້ອນລູກ.
  3. ໃຊ້ບ່ວງກາງເພື່ອປ້ອງກັນການແຜ່ເຊື້ອ : ເວລາກິນເຂົ້າພ້ອມໜ້າພ້ອມຕາກັນ ເປັນໄລຍະເວລາສຸກສັນຂອງຄອບຄົວ ບາງເທື່ອພໍ່ແມ່ອາດເຜີໃຊ້ບ່ວງຕັກອາຫານໃຫ້ກັນ ເຊິ່ງການເຮັດແບບນັ້ນສ່ຽງຕໍ່ການແຜ່ເຊື້ອພະຍາດຕ່າງໆໃຫ້ກັນ. ດັ່ງນັ້ນ ຄວນໃຊ້ບ່ວງກາງ ນອກຈາກເພື່ອສຸຂະອະນາໄມແລ້ວ ຍັງເປັນການສອນນິໄສທີ່ດີໃຫ້ແກ່ລູກນຳອີກ.
  4. ໝັ່ນເຮັດຄວາມສະອາດຂອງຫລິ້ນລູກຢ່າງສະໝໍ່າສະເໝີ : ເດັກນ້ອຍມັກບໍ່ຄ່ອຍລະວັງຕົນເອງ ຈັບບາຍສິ່ງຕ່າງໆມາຫລິ້ນແລ້ວມັກໃຊ້ມືມາສຳຜັດໃບໜ້າ ເຊິ່ງເປັນພຶດຕິກຳສ່ຽງຕໍ່ການຮັບເຊື້ອ ດັ່ງນັ້ນ ພໍ່ແມ່ຄວນໝັ່ນເຮັດຄວາມສະອາດຂອງຫລິ້ນໃຫ້ລູກເປັນປະຈຳ.