ສຳນັກຂ່າວຊິນຮວາ ໄດ້ລາຍງານຂ່າວ ວັນທີ 27 ກໍລະກົດ 2022 ນີ້ວ່າ: ສຳນັກ ບໍລິຫານ ການບິນ ພົນລະເຮືອນ ແຫ່ງປະເທດຈີນ(CAAC) ອອກໃບ ຮັບຮອງໃຫ້ ເຮີລິກົບເຕີ ລຸ້ນແຊດ15(Z15) ຊຶ່ງເປັນເຮືອບິນ ຂະໜາດກາງ ທີ່ພັດທະນາ ພາຍໃນ ປະເທດຈິນ ລຸ້ນທຳອິດ ສຳລັບ ການໃຊ້ງານ ທາງພົນລະເຮືອນ ແລະ ເປັນການກ້າວໄປສູ່ ການເຂົ້າ ຕະຫລາດ ຂອງເຮີລີກົບເຕີ ລຸ້ນນີ້ ຫລື ຮູ້ຈັກກັນດີໃນຊື່ ອເຊີ352(AC352) ຖືກພັດທະນາ ໂດຍບໍລິສັດ AVIC Harbin Aircraft Industry, ພາຍໃຕ້ ໂຄງການ ຮ່ວມມື ລະຫວ່າງ ບໍລິສັດ ອຸດສາ ຫະກຳການບິນ ແຫ່ງປະເທດຈີນ ແລະ ແອບັດສ ເຮີລີກົບແຕ້ (Airbus Helicopters)ໂດຍລຸ້ນນີ້ ສາມາດ ບັນທຸກ ຜູ້ໂດຍສານ 16ຄົນ ຮອງຮັບນ້ຳໜັກ ຂະນະຂຶ້ນບິນ ສູງສຸດ 7,5ໂຕນ ແລະ ມີໄລຍະ ການເດີນທາງ ສູງສຸດ 850 ກິໂລແມັດ.