ເຮືອນ 3 ນໍ້າ 4 ຄຳສັ່ງສອນຂອງຄົນບູຮານ

ເຮືອນສາມນ້ຳສີ່ ເປັນຄຳສອນຂອງຊາວລາວ ໄດ້ປະພັນໄວ້ອົບຮົມສັ່ງສອນ ໃຫ້ລູກຫລານ ໂດຍສະເພາະຜູ້ຍິງ ໄດ້ປະພຶດປະຕິບັດເປັນນິໄສ ເປັນກິດຈະວັດ ໃນການຄອງເຮືອນ. ຄຳວ່າ “ເຮືອນ” ມີຄວາມໝາຍດຽວກັບ ເຮືອນ ຫຼື ບ້ານ ແລະ ໃນທີ່ນີ້ຍັງໝາຍເຖິງ ຄອບຄົວອີກດ້ວຍ “ເຮືອນສາມນ້ຳສີ່” ຖືໄດ້ວ່າ ເປັນຫລັກການ ຄອງຮັກຄອງເຮືອນ ຂອງຄົນລາວ ຫຼື ອາຈຈະເອີ້ນໄດ້ວ່າເປັນ “ຮີດ ຜົວຄອງເມຍ” ຫຼື ຫລັກການເປັນ ສາມີ-ພັນລະຍາ ທີ່ດີ.
ເຮືອນສາມຄື ຫລັກກ່ຽວກັບການດູແລເຮືອນຊານບ້ານຊ່ອງ ລວມໄປເຖິງ ການດູແລຮ່າງກາຍ ມີທັງໝົດສາມຂໍ້ ຈຶ່ງເອີ້ນວ່າ: “ເຮືອນສາມ” ສ່ວນນ້ຳສີ່ຄື ຫລັກກ່ຽວກັບການດູແລເຄືອງອຸປະໂພກບໍລິໂພກ ລວມໄປເຖິງເລື່ອງສອນຄວາມມີນ້ຳໃຈ ມີສີ່ຂໍ້ ເອີ້ນວ່າ: “ນ້ຳສີ່”
ສະຫຼຸບຄວາມແລ້ວ ເອີ້ນວ່າ: “ເຮືອນສາມນ້ຳສີ່” ກໍຄື ຫລັກຄຳສອນ ໃຫ້ ຍິງສາວຮູ້ຈັກ ການບ້ານ ການເຮືອນ ມີຄວາມສະອາດສະອ້ານ ສຸກຂະພາບອະນາໄມທີ່ດີ ມີນ້ຳຈິດນ້ຳໃຈ ສົມເປັນແມ່ຍິງທີ່ດີ ຜູ້ໃດນຳໄປປະຕິບັດ ຄອບຄົວກໍຈະຢູ່ເຢັນເປັນສຸກ.
ວ່າດ້ວຍຮີດຄອງຂອງແມ່ຍິງລາວອັນປະກອບດ້ວຍ ເຮືອນ 3 ນໍ້າ 4 ນັ້ນມີດັ່ງນີ້ :
+ເຮືອນ 3 ໄດ້ແກ່:
- ເຮືອນຄົວ: ແນ່ນອນ ເຮືອນຄົວນັ້ນກໍເປັນບ່ອນທີ່ມີໄວ້ສໍາລັບປຸງແຕ່ງອາຫານ, ການກີນ ດັ່ງນັ້ນ ຜູ້ເປັນແມ່ເຮືອນຈຶ່ງຕ້ອງມີໜ້າທີ່ຮັກສາທໍາຄວາມສະອາດປັດກວາດໃຫ້ມັນສະອາດເປົ່າແປນເປັນລະບຽບ ຮຽບຮ້ອຍເພື່ອສຸຂະອະນາໄມທີ່່ດີ
- ເຮືອນນອນ: ກໍແມ່ນສະຖານທີ່ ພັກຜ່ອນ ຫລັບນອນ ແລະ ເປັນທີ່ສ້າງຄວາມໜ້າຢູ່ ມີຄວາມຮົ່ມເຢັນແກ່ຜູ້ທີ່ມາຂໍເພິ່ງພາອາໄສໃຫ້ເນັ້ນຄວາມເປັນລະບຽບໃນການມ້ຽນມັດເຊັດຖູເກັບມ້ຽນຜ້າແພພັນເຄື່ອງນຸ່ງຫົ່ມໃຫ້ເປັນທີ່ສະອາດຫູສະອາດຕາແກ່ຜູ້ພົບເຫັນ.
3.ເຮືອນຜົມ: ແມ່ຍິງລາວໃນຍຸກບູຮານນະການແມ່ນມັກຮັກສາໄວ້ຜົມຍາວດໍາສະນິດເອົາໄວ້ເກົ້າເປັນມວຍງາມ ສະນັ້ນ ນາງຈຶ່ງຕ້ອງຮູ້ຈັກ ຮັກສາຜົມທີ່ຍາວດໍາໃຫ້ມັນສະອາດໃຫ້ຫວີຈົບງາມ ພາໃຫ້ຜູ້ພົບເຫັນຮູ້ສຶກສະອອນຕເມື່ອຫາກໄດ້ຊົມເບີ່ງເກົ້າຜົມດໍາເປັນເງົາງາມອັນພາໃຫ້ເຊີດຊູບຸກຄະລິກບໍ່ແມ່ນຈະປະປ່ອຍໃຫ້ມັນຫຍູ້ງເຫຍີງຂາດການເອົາໃຈໃສ່.
+ນໍ້າ 4 ໄດ້ແກ່ :
- ນໍ້າອາບ: ໃນຄໍາສັ່ງສອນຂອງຄົນບູຮານນັ້ນແມ່ນ ນໍ້າອາບສົງຄົນໃນບ້ານ ເພາະຕ້ອງຕັກມ້ຽນໄວ້ບໍ່ໃຫ້ອຶດຢາກ ເພິ່ນເວົ້າວ່າ : “ຢ່າໃຫ້ ໄຫໃນບ້ານຂາດແຫ້ງ ຢ່າໃຫ້ແອ່ງຂາດກ້ຽງ ຊາວບ້ານຊິກ່າວຂວັນ ລະເດີ ”
- ນໍ້າສຳລັບດື່ມກິນ: ໝາຍເຖິງນໍ້າສະອາດບໍລິສຸດເອົາໄວ້ດື່ມກີນຕັກນໍ້າກີນໃສ່ໄຫໄວ້ໜ້າຂັ້ນໃດເຮືອນເພື່ອຜູ້ໃດຜ່ານມາ ຈະໄດ້ແວະເຊົາ ກີນນໍ້າໃສສະອາດ ໃນໄຫນັ້ນໄດ້ສະດວກ ແລະ ກໍແມ່ນເພື່ອສໍາລັບຄົນໃນເຮືອນກໍເຊັ່ນກັນ ດັ່ງນັ້ນ, ບູຮານເພີ່ນຈຶ່ງສັ່ງສອນວ່າ: ” ຢ່າໃຫ້ແມງງ່ອງແງ່ງລົງຫລີ້ນນໍ້າແອ່ງກິນ ຢ່າໃຫ້ມີ ຂີ້ໝີ້ນໝ້ຽງສະນິມ ໄຄໃຕ້ກົ້ນແອ່ງ ຢ່າໃຫ້ນໍ້າຂອດແຫ້ງ
ແລງເຊົ້າໃຫ້ເຈົ້າເກື່ອຍຂົນເດີ” ອັນນີ້ກໍແມ່ນອີກວ່າຜູ້ໃດຫີວນໍ້າຍາມໃດ ແມ່ນກີນໄດ້ທຸກຍາມ.
- ນໍ້າເຕົ້າປູນ: ໄດ້ແກ່ນໍ້າທີ່ຄວນໃສ່ໃນເຕົ້າປູນ ຜູ້ໃດເປັນແມ່ເຮືອນ ກໍຕ້ອງຮັກສານໍ້າໃນກະບອກປູນ ຢ່າໃຫ້ມັນແຫ້ງເລີຍ ເພາະເມື່ອຫາກມີແຂກມາຢ້ຽມຢາມ ກໍແມ່ນວ່າໄດ້ເອົາຂັນໝາກຂັນພູສູ່ແຂກ ຜູ້ມາເຢືອນຖາມຂ່າວຄາວສຸກທຸກຕາມ ອັດທະຍາໄສອັນຈົບງາມ ຂອງຊາວລາວແຕ່ບູຮານ.
- ນໍ້າໃຈ: ອັນນີ້ໝາຍເຖີງ ນໍ້າຈິດ ນໍ້າໃຈ ຂອງເຈົ້າແມ່ເຮືອນ ໂດຍຄວນເປັນຄົນໃຈກວ້າງ ເພື່ອແຜ່ ແກ່ ຍາດຕິພີ່ນ້ອງ ຂອງຝ່າຍສາມີ ແລະ ຝ່າຍຕົນ ໃຫ້ມັນ ສະເໝີພາບລະຫວ່າງກັນ ເຊັ່ນ: ຢ່າໄດ້ມີຄໍາຂົມຕໍ່ໃຜພໍນ້ອຍ ຢ່າໄດ້ຄອຍຫາຂໍ້ງໍແງຮ້ອຍແງ່ຄຽດ ຂໍ້ລໍ້ ແຂ່ແຫລ້ ແນວນີ້ ມັນບໍ່ດີນໍ ຂໍໃຫ້ ແມ່ເຮືອນເຈົ້າເຮັດຕາມບູຮານເກົ່າ ຈຶ່ງຊິມີຂື້ນໄດ້ ຄວາມໄຮ້ແມ່ນ ໜີໄກພຸ້ນແລ້ວ”

