ປະທານາທິບໍດີ ຟີລິບປິນ ອ່ານສານແຫ່ງຊາດ ຕໍ່ສະພາແຫ່ງຊາດ

ຕາມ​ຂ່າວ​ການລາຍງານຂ່າວຂອງ VOVWORLD, ວັນທີ 25 ກໍລະກົດ 2022, ຢູ່ມານີລາ, ໃນສານແຫ່ງຊາດ ສະບັບທຳອິດ ອ່ານຢູ່ ສະພາ ແຫ່ງຊາດ ​ໂດຍທ່ານ Ferdinand Marcos Jr, ປະທານາທິບໍດີ ຟີລິບປິນ ໄດ້ໃຫ້ຄຳໝັ້ນ ສັນຍາວ່າ: ຈະປະຕິຮູບ ລະບົບ ອາກອນ ແລະ ຫັນປະເທດ​ໃຫ້ກາຍເປັນ ຈຸດນັດພົບ ແຫ່ງການລົງທຶນ ແລະ ການທ່ອງທ່ຽວ ​ໂດຍດຳເນີນ ໂຄງການ ປະຕິຮູບ ເພື່ອດຶງດູດ ການລົງທຶນ ແລະ ນັກທ່ອງທ່ຽວ ກໍ່ຄື ຮັກສາ ທ່າເຕີບໂຕ ທີ່ໝັ້ນຄົງ ໃນປະຈຸບັນ. ນອກຈາກ​ນີ້ ຍັງຈະປະຕິບັດ ການຄຸ້ມຄອງ ນະໂຍບາຍ ປີການເງິນ ຢ່າງໝັ້ນຄົງ ແລະ ວາງເປົ້າໝາຍ ການຈະເລີນ ​ເຕີບໂຕ GDP ປີນີ້ ແມ່ນແຕ່ 6,5–7,5%. ຂະນະ​ດຽວ​ກັນ ຍັງໄດ້ຍົກອອກ ບາງມາດຕະການ ເພື່ອຊ່ວຍ ປະເທດ ຟີລິບປິນ ເພີ່ມປະລິມານ ການຜະລິດ ກະສິກຳ ແລະ ສາມາດ ຮັບມືກັບ ການປ່ຽນແປງ ຂອງດິນຟ້າ ອາກາດ ດີກ່ວາ​ເກົ່າ ​ພ້ອມ​ທັງ ປັບປຸງ ການສຶກສາ, ສາທາລະນະສຸກ ແລະ ບັນດາ ເງື່ອນໄຂ ເຮັດວຽກ ໃຫ້ແກ່ ບັນດາ ພະນັກງານ ການແພດ ​ແລະ ຊຸກຍູ້ພື້ນຖານ ໂຄງລ່າງ ພາຍ​ໃນປະເທດ.