ເຫດອາລະວາດຕີກັນຢູ່ຮ້ານບັນເທີງ ອອດສະກ້າ ຄະດີຍັງຢູ່ໃນຂັ້ນຕອນສືບສວນສອບສວນຂອງເຈົ້າໜ້າທີ່

ຕອນບ່າຍວັນທີ 25 ກໍລະກົດ 2022 ນີ້, ທ່ານພັນໂທ ພົມມີ ແສນຈົ່ງຮັກ ຫົວໜ້າພະແນກຕຳຫລວດ ປກສ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໃຫ້ຂໍ້ມູນຄວາມຄືບໜ້າຕໍ່ໜັງສືພິມລາວພັດທະນາຮູ້ວ່າ:
ເຫດການອາລະວາດຕີກັນຢູ່ຮ້ານບັນເທີງ ອອດສະກ້າ ໃນຄືນວັນທີ 22 ກໍລະກົດ ຜ່ານມານັ້ນ ມາຮອດ ປັດຈຸບັນນີ້ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນສືບສວນສອບສວນ ຫາຂໍ້ມູນຢ່າງລະອຽດຮອບດ້ານ ແລະ ພາຍຫລັງສຳເລັດການສືບສວນສອບສວນແລ້ວຈະເປີດເຜີຍສູ່ສັງຄົມໄດ້ຮັບຊາບ.

