1 ປີຜ່ານມາ, ແຂວງໄຊຍະບູລີ ໄດ້ປະຕິບັດວິໄນສະມາຊິກພັກ ໂດຍເອົາອອກຈາກພັກ 50 ສະຫາຍ, ປົດຕໍາແໜ່ງພາຍໃນພັກ 5 ສະຫາຍ, ໂຈະຮ່ວມຊີວິດພັກ 9 ສະຫາຍ.

ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ ໄດ້ລາຍງານສະພາບພົ້ນເດັ່ນ 6 ເດືອນປີ 2022 ຕໍ່ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງ ການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງໂອກາດຢ້ຽມຢາມ ແລະ ເຮັດ ວຽກຢູ່ແຂວງໄຊຍະບູລີໃນວັນທີ 25 ກໍລະກົດ 2022 ວ່າ: ໂດຍລວມແລ້ວ, ການຜະລິດສະບຽງອາຫານ, ການຜະລິດສິນຄ້າຂອງປະຊາຊົນ ຍັງສືບຕໍ່ເປັນຂະບວນການຢ່າງຕໍ່ເນື່ອງ, ຄາດວ່າໝົດປີເສດຖະກິດຂອງແຂວງຈະເຕີບໂຕໃນລະດັບ 4,8%. ສຳລັບ 6 ເດືອນຕົ້ນປີ ຈັດເກັບລາຍຮັບງົບປະມານ ໄດ້ 584,29 ຕື້ກີບບັນລຸກວ່າ 51% ຂອງແຜນການປີ; ມູນຄ່າສິນຄ້າສົ່ງອອກປີ 2021 ບັນລຸ 73,14 ລ້ານໂດສະຫະລັດ, ມູນຄ່າສິນຄ້ານໍາເຂົ້າ 55,09 ລ້ານໂດລາສະຫະລັດ, ການຜະລິດເຂົ້າໄດ້ສຸມໃສ່ເພື່ອຄໍ້າປະກັນສະບຽງອາຫານ ແລະ ພືດເປັນສິນຄ້າ. ມາຮອດປັດຈຸບັນ, ປັກດໍາເຂົ້ານາປີສຳເລັດແລ້ວ 33.131 ກວ່າເຮັກຕາ ບັນລຸ 97%; ປູກພືດເປັນສິນຄ້າໄດ້ 106.940 ກວ່າເຮັກຕາ, ທີ່ພົ້ນເດັ່ນແມ່ນການປູກມັນຕົ້ນກວມເນື້ອທີ່ 55.300 ກວ່າເຮັກຕາ. ສໍາລັບວຽກງານກວດກາ, 1 ປີຜ່ານມາໄດ້ກວດກາປະເມີນຜົນສະມາຊິກພັກ, ການ ຈັດຕັ້ງພົບກໍລະນີໜ່ວຍພັກ, ສະມາຊິກພັກ ທົ່ວແຂວງ 30 ກໍລະນີ, 162 ສະຫາຍ, ຍິງ 25 ສະຫາຍໃນ ນີ້ບັນຫາທີ່ເກີດຂຶ້ນຫຼາຍກວ່າໝູ່ແມ່ນປະລະໜ້າທີ່ ແລະ ພົວພັນຢາເສບຕິດ, ການແກ້ໄຂກໍລະນີຄະນະພັກ, ສະມາຊິກພັກໄດ້ສຶກສາອົບຮົມກ່າວເຕືອນ ແລະ ປະຕິບັດວິໄນຕາມຄວາມເໝາະສົມຄືເຮັດບົດບັນທືກ,ຂຽນ ໃບຫຼວດ ແລະ ສືກສາອົບຮົມກັບທີ່ 53 ສະຫາຍ, ເອົາອອກຈາກພັກ 50 ສະຫາຍ, ປົດຕໍາແໜ່ງພາຍໃນພັກ 5 ສະຫາຍ, ໂຈະຮ່ວມຊີວິດພັກ 9 ສະຫາຍ.

อาจเป็นรูปภาพของ 1 คน, ดอกไม้ และ สถานที่ในร่ม
ສະຫາຍ ຄໍາພັນ ພົມມະທັດ ໄດ້ເນັ້ນໃຫ້ການນໍາແຂວງຈົ່ງເອົາໃຈໃສ່ຕ້ານການສໍ້ລາດບັງຫຼວງ, ເອົາໃຈ ໃສ່ກວດກາວຽກງານຕ່າງໆໃຫ້ເຂັ້ມແຂງ, ແກ້ໄຂບັນຫາຢາເສບຕິດ, ເອົາໃຈໃສ່ຕໍ່ການພັດທະນາເສດຖະ ກິດຂອງແຂວງໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

อาจเป็นรูปภาพของ 5 คน, ผู้คนกำลังยืน และ สถานที่ในร่ม