ຄູເຝິກບາເຢິນ ມິວນິກ ລ໊ອກເປົ້າເດີນຫນ້າຄວ້າ ແຮຣີ ເຄນ ແທນທີ່ ເລວານດອບສະກີ

ຢຸລຽນ ນາເກລມັນ ຜູ້ຈັດການທີມ ບາເຢິນ ມິວນິກ ເອີ່ຍປາກວ່າທີມລ໊ອກເປົ້າເອົາແທ້ໃນການຄວ້າ ແຮຣີ ເຄນ ກອງຫນ້າທີມ ຊາດອັງກິດຈາກ ທັອດແນມ ຮັອດສະເປີ ມາເສີມທີມແທນທີ່ ໂຣເບີດ ເລວານດອບສະກີ ທີ່ ຍ້າຍໄປ ບາເຊໂລນາ.
ນາເກລມັນ ບໍ່ພໍໃຈເປັນຢ່າງຍິ່ງທີ່ຕ້ອງເສຍກອງຫນ້າຄົນສຳຄັນອອກຈາກທີມ ໂດຍຕັ້ງຄຳຖາມເຖິງບາເຊໂລນາ ທີ່ພວມມີບັນ ຫາຂາດສະພາບຄ່ອງ ແຕ່ກັບມີເງິນຊື້ນັກເຕະຮ່ວມທີມຫລາຍຄົນ ແລະ ໃນການໃຫ້ສຳພາດຫລ້າສຸດ ລາວບໍ່ປະຕິເສດວ່າ ເຄນ ຄືນັກເຕະທີ່ສົມບູນແບບທີ່ສຸດທີ່ຈະເຂົ້າມາທົດແທນການຈາກໄປຂອງດາວຍິງຊາວໂປແລນ.
‘‘ ຄ່າຕົວຂອງລາວຄົງຈະແພງຫລາຍ ນັ້ນຈະເປັນບັນຫາສຳລັບເຮົາ ແຕ່ກໍຕ້ອງຍອມຮັບວ່າລາວເປັນສຸດຍອດນັກເຕະ ມີນັກ ເຕະບໍ່ເທົ່າໃດຄົນທີ່ສາມາດຫລິ້ນເປັນກອງຫນ້າຕົວກອງໃນຕຳແຫນ່ງຫມາຍເລກ 10 ໄດ້ແຂງແກ່ນ ແລະ ສາມາດຍິງປະຕູໄດ້ ທັງການໃຊ້ຫົວຕຳ ແລະ ການຍິງປະຕູໄດ້ດີທັງຕີນສອງຂ້າງ ລາວຈະຍິງປະຕູໄດ້ຫລາຍໃນບຸນເດສລີກາ ຂ້ອຍຍັງບໍ່ຮູ້ລາຄາ ແຕ່ຄົງເປັນເລື່ອງທີ່ຫນັກພໍສົມຄວນສຳລັບ ບາເຢິນ ເຊິ່ງເຮົາຕ້ອງຖ້າເບິ່ງກັນຕໍ່ໄປໃນອະນາຄົດ ’’.
ສຳນັກຂ່າວ ບິລ ລາຍງານວ່າ : ບາເຢິນ ມິວນິກ ພະຍາຍາມຕິດຕໍ່ໄປຍັງຕົວແທນຂອງ ແຮຣີ ເຄນ ເຖິງໂອກາດໃນການຍ້າຍ ທີມໃນລະດູການນີ້ ເຊິ່ງໄດ້ຮັບຄຳຕອບວ່າເກືອບຈະເປັນໄປບໍ່ໄດ້ ໂດຍສະເພາະການທີ່ ທັອດແນມ ຮັອດສະເປີ ຍັງມີອັນໂຕນີໂອ ຄອນເຕ ຄຸມທີມ ໂດຍ ໂອລີເວີ ຄານ ຜູ້ອຳນວຍການໃຫຍ່ ບາເຢິນ ມິວນິກ ລະບຸວ່າ : ‘‘ ລາວຍັງມີສັນຍາກັບ ສະເປີ ແນ່ນອນ ວ່າລາວເປັນກອງຫນ້າທີ່ສຸດຍອດ ເປັນຄວາມຝັນໃນອະນາຄົດ ເຮົາມີທີມທີ່ດີແລ້ວ ແລະ ມາເບິ່ງກັນວ່າຈະເກີດຫຍັງຂຶ້ນຕໍ່ໄປ ’’.

