ເມືອງວັງວຽງທຳລາຍເຄື່ອງຈັກຕັດໄມ້ ແລະ ຊິ້ນສ່ວນສັດປ່າ

ວັນທີ 20 ກໍລະກົດ 2022 ນີ້, ທ່ານ ບຸນທັນ ເຮີຈູ່ຕູ່ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳແລະປ່າໄມ້ເມືອງ ໄດ້ຂຶ້ນລາຍງານ ໃຫ້ຮູ້ວ່າ: ນັບຕັ້ງແຕ່ປີ 2018 ເປັນຕົ້ນມາທາງເຈົ້າໜ້າທີ່ກວດກາປ່າໄມ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສາມາດຢຶດໄດ້ຈັກຕັດໄມ້ທັງໝົດ 44ເຄື່ອງ ແລະ ຮັບຈາກການນໍາມາມອບຂອງກອງບັນຊາການ ປກສ ເມືອງ 23 ເຄື່ອງ ລວມທັງໝົດ 66 ເຄື່ອງແລະ ຊິ້ນສ່ວນສັດປ່າ 6,8 ກິໂລກຣາມ, ອົ້ນ 2 ກິໂລ, ກະຮອກ 8 ໂຕ 1,5 ກິໂລ, ໄກ່ປ່າ 2 ໂຕ 1,5 ກິໂລ, ນົກນ້ອຍ 0,5 ກິໂລລວມ 13,7 ກິໂລກຼາມ, ສ່ວນຜູ້ຖືກຫາແມ່ນຫ້ອງການພວກເຮົາໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກໄວ້ເພື່ອເປັນຫຼັກຖານ

