ລາວເອົາໃຈໃສ່ຕ້ານການລັກລອບຊື້-ຂາຍສັດປ່າ

ເມື່ອບໍ່ດົນມານີ້, ກົມປ່າໄມ້ກະຊວງກະສິກໍາ-ປ່າໄມ້, ກອງຄຸ້ມຄອງສະໜາມບິນວັດໄຕ, ດ່ານພາສີປະຈຳສະໜາມບິນວັດໄຕ, ຕໍາຫລວດກວດຄົນເຂົ້າເມືອງ (ຕມ) ແລະ ເຈົ້າໜ້າທີ່ກັກກັນພືດອົງການຈັດຕັ້ງສາກົນ ໄດ້ຮ່ວມກັນເປີດປ້າຍໂຄສະນາຢຸດການຊື້-ຂາຍສັດປ່າໃນ ສປປ ລາວຂະໜາດໃຫຍ່ຢູ່ສະໜາມບິນສາກົນວັດໄຕ ແລະ ດ່ານສາກົນຂົວມິດຕະພາບລາວ-ໄທ 1 ເພື່ອເປັນການປະກອບສ່ວນສ້າງຄວາມເຂັ້ມແຂງໃນການບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ (LENS2) ທັງເປັນການຕ້ານ ແລະ ສະກັດກັ້ນການລັກລອບຄ້າ-ຂາຍສັດປ່າຂ້າມຊາດ ໂດຍປະຕິບັດ 3 ກິດຈະກຳຫລັກຄື: ການສ້າງຍຸດທະສາດມາດຕະຖານກ່ຽວກັບການຈັດຕັ້ງປະຕິບັດເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ ສປປ ລາວ, ຊຸກຍູ້ນຳພາອົງການສືບສວນ-ສອບສວນເພື່ອດຳເນີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ ແລະ ສົນທິສັນຍາສາກົນ CITES ທີ່ລັດຖະບານໄດ້ລົງນາມການຄຸ້ມຄອງ ແລະ ການສ້າງຄວາມອາດສາມາດໃຫ້ເຈົ້າໜ້າທີ່ປ່າໄມ້ ແລະ ໜ່ວຍງານເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າໃຫ້ມີຄວາມເຂັ້ມງວດ ເພື່ອສະກັດກັ້ນການຄ້າ-ຂາຍສັດປ່າ, ສີ້ນສ່ວນຂອງສັດປ່າທີ່ຜິດກົດໝາຍ ໂດຍສະເພາະຊະນິດສັດປ່າທີ່ໃກ້ຈະສູນພັນໃນລາວ ແລະ ສາກົນລະຫວ່າງຊາດ ເຊັ່ນ: ສັດລ້ຽງລູກດ້ວຍນ້ຳນົມຂະໜາດໃຫຍ່ປະເພດເສືອ, ຊ້າງ, ທະນີ, ລີງ ແລະ ສັດລ້ຽງລູກດ້ວຍນ້ຳນົມຂະໜາດນ້ອຍ ເຊັ່ນ: ລິ່ນ, ສັດເລືອຄານປະເພດເຕົ່າ, ງູສິງ, ງູເຫລືອມ, ງູເຫົ່າ, ງູຈົງອາງ ແລະ ພັນພືດປ່າຊະນິດຕ່າງໆທີ່ໃກ້ຈະສູນພັນ. ທັງນີ້ກໍເພື່ອເປັນການປູກຈິດສຳນຶກໃຫ້ ທຸກພາກສ່ວນສັງຄົມເຂົ້າຮ່ວມໃນວຽກງານສະກັດກັ້ນການຄ້າ-ຂາຍສັດປ່າທີ່ຜິດກົດໝາຍໃຫ້ມີປະສິດທິຜົນສູງ.

