ຕໍາຫລວດເມືອງສີໂຄດຕະບອງຈັບຄົນຮ້າຍຊິງຊັບຕົວອັນຕະລາຍມາດໍາເນີນຄະດີ

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກໍາລັງເຈົ້າໜ້າທີ່ຂອງຕົນສາມາດຈັບທ້າວ ຍົດ ອາຍຸ 20 ປີຢູ່ບ້ານນາທົ່ມເມືອງໄຊທານີ ແລະ ທ້າວ ແສງລອນ ອາຍຸ 19 ປີຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງນະຄອນຫລວງວຽງຈັນມາດຳເນີນຄະດີ, ພາຍຫລັງພວກເຂົາໄດ້ຮ່ວມກັນກໍ່ເຫດຊິງຊັບພົນລະເມືອງຫລາຍຄັ້ງໃນຕົວເມືອງ ແລະ ຄັ້ງລ່າສຸດເກີດຂຶ້ນເມື່ອຕົ້ນເດືອນສິງຫານີ້, ໂດຍທັງສອງໄດ້ດຶງກະເປົາຂອງພົນລະເມືອງໃນເສັ້ນທາງເຂດບ້ານຂຸນຕາທົ່ງເມືອງສີໂຄດຕະບອງ ແລະ ໄດ້ຊັບສີນໄປຫລາຍກວ່າ 10 ລ້ານກີບ, ແຕ່ກ້ອງວົງຈອນປິດໃກ້ຈຸດເກີດເຫດສາມາດຈັບພາບໄວ້ໄດ້ ຈຶ່ງເປັນຫລັກຖານໃຫ້ເຈົ້າໜ້າທີ່ສາມາດນໍາຈັບຕົວມາດໍາເນີນຄະດີໄດ້ພາຍຫລັງ 3 ວັນຕໍ່ມາ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ມື້ກໍ່ເຫດແມ່ນກັບມາແຕ່ໄປຫລິ້ນເຮືອນໝູ່ ແລະ ພໍຂີ່ລົດມາຮອດເຂດບ້ານຂຸນຕາເຫັນຍິງສູງອາຍຸກໍາລັງລ້ຽວລົດຈັກເຂົ້າຮ່ອມ ແລະ ເຫັນກະເປົາຫ້ອຍຢູ່ເຂົາລົດຈຶ່ງໄດ້ຂີ່ລົດເຂົ້າໄປດຶງເອົາກະເປົາແລ້ວຫລົບໜີ, ໂດຍໃນກະເປົາມີເງິນ 6,5 ລ້ານກີບ ແລະ 4.670 ບາດ (ສະກຸນເງິນໄທ) ໂດຍໄດ້ແບ່ງປັນກັນ ແລະ ຕໍ່ມາກໍຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີ ແລະ ພ້ອມທັງໄດ້ສາລະພາບຕື່ມອີກວ່າ: ເມື່ອເດືອນກໍລະກົດຜ່ານມາ, ໄດ້ຮ່ວມກັນຊີງຊັບປະຊາຊົນຢູ່ເຂດບ້ານນາທົ່ມເມືອງໄຊທານີ ແລະ ໄດ້ເງິນ 1 ລ້ານກວ່າກີບ.

