ນິໄສທີ່ບໍ່ດີຂອງລູກ ມັກເລີ່ມຕົ້ນຈາກພໍ່ແມ່.

  

ຫລາຍໆບັນຫາທີ່ເກີດຂຶ້ນລະຫ່ວາງພໍ່ແມ່ກັບລູກ ບາງເທື່ອພໍ່ແມ່ອາດຈະຫລົງລືມໄປກັບຄວາມລຶ້ງເຄີຍທີ່ປະຕິບັດຕໍ່ລູກ ຍ້ອນຄິດວ່ານັ້ນແມ່ນຄວາມຮັກຄວາມຫວັງດີ ຈົນເມື່ອເກີດບັນຫາ ພໍ່ແມ່ຊຳ້ພັດຖືເບົາພຶດຕິກຳເຫລົ່ານັ້ນໄປ, ແຕ່ບໍ່ເປັນຫຍັງ ທຸກຢ່າງສາມາດແກ້ໄຂໄດ້ ແລະ ມື້ນີ້ພວກເຮົາມີບາງພຶດຕິກຳຂອງພໍ່ແມ່ທີ່ສົ່ງຜົນໃຫ້ລູກມີນິໄສບໍ່ດີໄປນຳ ດັ່ງນີ້ :

  • ຂີ້ຢ້ານ ຫລື ບໍ່ກ້າ : ອາດເປັນຍ້ອນພໍ່ແມ່ຄອຍແຕ່ປົກປ້ອງລູກຫລາຍເກີນໄປ.
  • ນອນເດິກຕື່ນສວາຍ ໂດຍສະເພາະມື້ທີ່ຕ້ອງໄປໂຮງຮຽນ : ອາດເປັນຍ້ອນພໍ່ແມ່ຖືເບົາເລື່ອງໜ້າທີ່ ແລະ ຄວາມຮັບຜິດຊອບ.
  • ບໍ່ມີລະບຽບວິໄນ : ອາດເປັນຍ້ອນພໍ່ແມ່ບໍ່ໄດ້ຝຶກຝົນລູກຕັ້ງແຕ່ຍັງນ້ອຍ.
  • ບໍ່ມີມາລະຍາດ : ອາດເປັນຍ້ອນເຫັນໂຕຢ່າງທີ່ບໍ່ດີ ແລະ ຂາດການອົບຮົມ.
  • ມັກເວົ້າຕົວະ : ອາດເປັນຍ້ອນພໍ່ແມ່ຮ້າຍດ່າໂດຍບໍ່ຟັງລູກເວົ້າກ່ອນ.
  • ຈະເຮັດຫຍັງຕ້ອງມີຂໍ້ແລກປ່ຽນ : ອາດເປັນຍ້ອນພໍ່ແມ່ມັກເປັນຜູ້ສະເໜີລາງວັນ ຫລື ຄຳຍ້ອງຍໍຊົມເຊີຍໃຫ້ແກ່ລູກກ່ອນ.
  • ບໍ່ມີນຳ້ໃຈ ຫວງສິ່ງຂອງ : ອາດເປັນຍ້ອນພໍ່ແມ່ບໍ່ໄດ້ເປັນໂຕຢ່າງທີ່ດີຂອງການໃຫ້.
  • ຖາມແລ້ວບໍ່ຕອບ ບໍ່ມັກເວົ້າ : ອາດເປັນຍ້ອນພໍ່ແມ່ບໍ່ໄດ້ໃຫ້ຄວາມໃກ້ຊິດ ຫລື ໂອ້ລົມກັບລູກໜ້ອຍເກີນໄປ.
  • ມັກຖຽງ : ອາດເປັນຍ້ອນພໍ່ແມ່ບໍ່ເຄີຍຮັບຟັງຄວາມຄິດຄວາມເຫັນຂອງລູກ ຫລື ບໍ່ມີເຫດຜົນກັບລູກ.
  • ເອົາແຕ່ໃຈ : ອາດເປັນຍ້ອນພໍ່ແມ່ຕາມໃຈລູກຫລາຍເກີນໄປ.
  • ຮັບປາກແລ້ວບໍ່ເຮັດ : ອາດເປັນຍ້ອນພໍ່ແມ່ມັກຈະຄາດຄັ້ນ ຫລື ບີບເອົາຄຳຕອບຈາກລູກ ໂດຍທີ່ລູກຍັງບໍ່ພ້ອມ.
  • ບໍ່ເຫັນອົກເຫັນໃຈຜູ້ອື່ນ : ອາດເປັນຍ້ອນພໍ່ແມ່ບໍ່ເຄີຍສົນໃຈຄວາມຮູ້ສຶກຂອງລູກ.
  • ເວົ້າຈາບໍ່ສຸພາບ ຫລື ເວົ້າບໍ່ມ່ວນຫູ : ອາດເປັນຍ້ອນພໍ່ແມ່ບໍ່ລະມັດລະວັງຄຳເວົ້າ.
  • ຂີ້ລັກ : ອາດເປັນຍ້ອນພໍ່ແມ່ບໍ່ໄດ້ເຫັນຄວາມສຳຄັນຂອງຄວາມພໍພຽງ ຫລື ພໍໃຈໃນສິ່ງທີ່ມີ.
  • ຂີ້ອາຍ ບໍ່ໝັ້ນໃຈ : ອາດເປັນຍ້ອນພໍ່ແມ່ບໍ່ເຄີຍສະແດງອອກວ່າເຊື່ອໝັ້ນໃນໂຕລູກ.
  • ກິນແຕ່ເຂົ້າໜົມ ບໍ່ຍອມກິນເຂົ້າ : ອາດເປັນຍ້ອນພໍ່ແມ່ບໍ່ໄດ້ຕັ້ງກົດກະຕິກາໄວ້ຕັ້ງແຕ່ທຳອິດ.
  • ຂີ້ອິດສາ : ອາດເປັນຍ້ອນພໍ່ແມ່ມັກປຽບທຽບ.
  • ໃຈຮ້ອນ ໂວຍວາຍງ່າຍ : ອາດເປັນຍ້ອນພໍ່ແມ່ບໍ່ໄດ້ສອນໃຫ້ລູກຮູ້ຈັກການລໍຄອຍ.
  • ບໍ່ຍອມເຮັດຫຍັງດ້ວຍຕົນເອງ : ອາດເປັນຍ້ອນພໍ່ແມ່ມັກຈະເອົາສິ່ງທີ່ລູກຕ້ອງເຮັດມາເຮັດເອງ.
  • ມັກໃຊ້ຄວາມຮຸນແຮງ : ອາດເປັນຍ້ອນພໍ່ແມ່ມັກໃຊ້ຄວາມຮຸນແຮງໃນການຕັດສິນບັນຫາ.
  • ມັກຂົ່ມເຫງຜູ້ອື່ນ : ອາດເປັນຍ້ອນພໍ່ແມ່ມັກລົງໂທດລູກດ້ວຍວິທີການຮຸນແຮງ.
  • ມັກເກັບໂຕ ບໍ່ມັກເວົ້າກັບຄົນອື່ນ : ອາດເປັນຍ້ອນພໍ່ແມ່ໃຊ້ໂທລະສັບລ້ຽງລູກແທນ.