ແມນຊິຕີ ຕໍ່ສັນຍາໃຫມ່ ມາເຣສ ເຖິງປີ 2025

ແມນເຊສເຕີ ຊິຕີ ຈັດການຈັບ ຣິຢາດ ມາເຣສ ປີກຈອມເກ່ັງ ຕໍ່ສັນຍາໃຫມ່ໃນຖິ່ນ ເອຕີຮັດ ອອກໄປຈົນເຖິງປີ 2025 ແລ້ວ.
ມາເຣສ ພວມຈະເຂົ້າສູ່ສັນຍາໃຫມ່ປີສຸດທ້າຍໃນຖິ່ນ ເອຕີຮັດ ໂດຍກຳນົດເກ່ົາ ແມນເຊສເຕີ ຊິຕີ ວາງແຜນຈະປ່ອຍໃຫ້ ດາວເຕະອາຍຸ 31 ປີ ລົງຫລິ້ນຈົນຄົບສັນຍາ ແລະ ປ່ອຍຈາກທີມແບບບໍ່ມີຄ່າຕົວ.
ແນວໃດກໍຕາມ ຫລັງຈາກເສຍທັງ ຣາຮິມ ສະເຕີລິງ ແລະ ກາບຣຽລ ເຊຊຸດ ອອກໄປພ້ອມກັນໃນລະດູການນີ້ ເຮັດໃຫ້ ແມນຊິຕີ ປ່ຽນໃຈ ແລະ ຈັບ ມາເຣສ ຕໍ່ສັນຍາໃຫມ່ອີກ 2 ປີດັ່ງກ່າວ.
ມາເຣສ ທີ່ຍິງ 63 ປະຕູກັບ 45 ແອສຊິສ ຈາກການລົງຫລິ້ນ 189 ນັດໃຫ້ ແມນຊິຕີ ກ່າວວ່າ : ‘‘ ຂ້ອຍດີໃຈຫລາຍທີ່ໄດ້ເຊັນສັນ ຍາໃຫມ່ ຂ້ອຍມີຄວາມສຸກກັບໄລຍະເວລາທຸກໆນາທີຂອງຂ້ອຍຢູ່ນີ້ ມັນຫນ້າຍິນດີເຫລືອເກີນທີ່ໄດ້ເປັນສ່ວນ ຫນຶ່ງຂອງສະ ໂມສອນທີ່ດີເດ່ັນແຫ່ງນີ້ ’’.

