ບາເຊໂລນາ ຕໍ່ສັນຍາ ເດມເບເລ ອີກ 2 ປີ, ຫັກອົກ ເຊລຊີ ແລະ ປາຣີສ

ບາເຊໂລນາ ທີມຮອງແຊ໊ມ ລາ ລີກາ ສະເປນ ດັບຄວາມຫວັງຂອງ ເຊລຊີ ທີມຈາກພຣີເມຍລີກ ອັງກິດ ແລະ ປາຣີສ ແຊັງ ແຊັກແມັງ ສະໂມສອນເສດຖີຈາກ ຝຣັ່ງ ທີ່ຢາກໄດ້ໄປຮ່ວມທີມແບບບໍ່ມີຄ່າຕົວ ດ້ວຍການຕໍ່ສັນຍາກັບ ອຸສມານ ເດມເບເລ ອອກໄປອີກ 2 ປີ ຈົນເຖິງປີ 2024 ຫລັງຈາກຫມົດສັນຍາເມື່ອວັນທີ 30 ມິຖຸນາທີ່ຜ່ານມາ.
ເຖິງວ່າປີກທີມຊາດຝຣັ່ງ ອາຍຸ 25 ປີ ຈະປະສົບບັນຫາບາດເຈັບມາຕະຫລອດ ນັບແຕ່ຍ້າຍຈາກ ໂບຣຸສເຊຍ ດອດມຸນ ເມື່ອປີ 2017 ດ້ວຍຄ່າຕົວສູງເຖິງ 135 ລ້ານປອນ ແຕ່ລະດູການຜ່ານມາ ລາວສາມາດໂຊຟອມເຂົ້າຕາ ຊາບີ ເອີນານເດສ ດ້ວຍການຍິງ 2 ປະຕູ 13 ແອສຊິສ ຈາກ 32 ນັດ ພາບາເຊໂລນາກັບມາຄວ້າຮອງແຊ໊ມ ລາ ລີກາ ໄດ້ສຳເລັດ ເຮັດໃຫ້ຮັບສັນຍາສະບັບໃຫມ່ ແລະ ຢູ່ກັບທີມຕໍ່ໄປ.
ແນວໃດກໍຕາມ ບາເຊໂລນາ ຖືກແຟນບານວິຈານຢ່າງຫນັກ ຫລັງຈາກໂພສຄລິບເລື່ອງຕໍ່ສັນຍາລົງໂລກອອນລາຍ ເຊິ່ງ ອຸສມານ ເດມເບເລ ໃຊ້ເຈ້ຍອະນາໄມລົບຕົວເລກ 2022 ທີ່ຂຽນຢູ່ກະດານ ກ່ອນໃຫ້ລາວເປັນຄົນຂຽນຕົວເລກ 2024 ຕາມອາຍຸສັນຍາສະບັບໃຫມ່ແທນ.

