ເລຂາທິການໃຫຍ່ UN ສະແດງຄວາມເສົ້າສະຫລົດໃຈ ຕໍ່ຜູ້ເສຍຊີວິດຈາກອຸທົກກະໄພຢູ່ເຊຣາລີໂອນ
ວັນທີ 14 ສິງຫານີ້, ທ່ານ ອັນໂດນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ຫຼື UN ໄດ້ສະແດງຄວາມເສົ້າສະຫຼົດໃຈຕໍ່ຜູ້ເສຍຊີວິດຈາກອຸທົກກະໄພ ແລະ ນ້ຳພູໄຫຼຊຸທັ່ງເຮັດໃຫ້ດິນເຈື່ອນ.
ທ່ານ ຟາຮັນ ຮັກ ຮອງໂຄສົກເລຂາທິການໃຫຍ່ UN ໄດ້ກ່າວຫຼັງມີການຖະແຫຼງການວ່າ: ທ່ານ ກູເຕີເຣັສ ໄດ້ສະແດງຄວາມເຫັນໃຈຕໍ່ລັດຖະບານ ແລະ ປະຊາຊົນເຊຣາລີໂອນທີ່ປະສົບຄວາມເສຍຫາຍທັງຊີວິດ ແລະ ຊັບສິນຈາກໄພພິບັດເທື່ອນີ້. ຂະນະດຽວກັນ, ທ່ານຍັງຢ້ຳຄືນວ່າ: UN ຈະສຸມກຳລັງສະໜັບສະໜູນການກູ້ໄພຊ່ວຍລັດຖະບານ ແລະ ປະຊາຊົນເຊຣາລີໂອນ.
ຂ່າວລາຍງານວ່າ: ຕອນຮຸ່ງເຊົ້າວັນທີ 14 ສິງຫານີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງຟຣີທາວ ພ້ອມດ້ວຍເຂດອ້ອມຂ້າງ ປະເທດເຊຣາລີໂອນ ໄດ້ເກີດອຸທົກກະໄພ ແລະ ນໍ້າພູໄຫຼຊຸທັ່ງເຮັດໃຫ້ດິນເຈື່ອນ ເນື່ອງຈາກຝົນຕົກໜັກ ສົ່ງ ຜົນເຮັດໃຫ້ເຮືອນຈຳນວນຫຼາຍຖືກທຳລາຍ ແລະ ມີຜູ້ເສຍຊີວິດແລ້ວ 300 ກວ່າຄົນ.

