ຖືກຈຳຄຸກ 1 ປີ ຍ້ອນໂທລະສັບຂົ່ມຂູ່ແຟນເກົ່າ 1.023 ເທື່ອພາຍໃນ 24 ຊົ່ວໂມງ

ສຳນັກຂ່າວ Yonhap ສ ເກົາຫລີ ລາຍງານຂ່າວວັນທີ 11 ກໍລະກົດ 2022 ຜ່ານມາວ່າ: ຊາຍ ສ ເກົາຫລີ ອາຍຸ 38 ປີ ຖືກສານຕັດສິນຈໍາຄຸກ 1 ປີ ຍ້ອນໂທຄຸກຄາມແຟນເກົ່າເຖິງ 1.023 ເທື່ອພາຍໃນ 24 ຊົ່ວໂມງ.
ໂຄສົກສານ ເປີດເຜີຍວ່າ: ກ່ອນໜ້ານັ້ນ, ຈຳເລີຍໄດ້ສົ່ງຂໍ້ຄວາມໄປຂົ່ມຂູ່ແຟນເກົ່າຫຼາຍເທື່ອ. ໃນການພິຈາລະນາ, ສານໄດ້ຕັດສິນຫ້າມບໍ່ໃຫ້ລາວພົວພັນກັບແຟນເກົ່າອີກ ທັງໃຫ້ໄປປົວໂຣກຈິດເປັນເວລາ 40 ຊົ່ວໂມງ.
ລາວຖືກສານຕັດສິນຈໍາຄຸກ 1 ປີ ເນື່ອງຈາກບໍ່ຍອມຢຸດພຶດຕິກຳຂົ່ມຂູ່ແຟນເກົ່າ ຊຶ່ງສານໄດ້ວາງມາດຕະການຊົ່ວຄາວຕໍ່ຜູ້ກ່ຽວໄປກ່ອນໜ້ານີ້ແລ້ວ.
ກົດໝາຍວ່າດ້ວຍ ການຕິດຕາມຂອງ ສ ເກົາຫລີ ລະບຸວ່າ: ຖ້າຄຸກຄາມຄົນອື່ນ ອາດຈະຖືກຕັດສິນຈຳຄຸກເຖິງ 3 ປີ ຫລື ຖືກປັບໃໝເຖິງ 30 ລ້ານວອນ ແລະ ມີຜົນສັກສິດນຳໃຊ້ໄດ້ນັບແຕ່ຕົ້ນປີນີ້ເປັນຕົ້ນມາ.

