ປະທານາທິບໍດີ ສີລັງກາ ໜີອອກຈາກປະເທດເຖິງ ເມົາດີບ(Maldives) ເປັນທີ່ຮຽງຮ້ອຍແລ້ວ

ກອງທັບອາກາດຂອງສີລັງກາ ເປີດເຜີຍໃນຕອນເຊົ້າວັນທີ 13 ກໍລະກົດ 2022 ນີ້ວ່າ: ປະທານາທິບໍດີ ສີລັງກາ ທ່ານ Gotabaya Rajapaksa ພ້ອມພັນລະຍາ ໄດ້ຂຶ້ນເຄື່ອງບິນຂອງກອງທັບອາກາດ ສີລັງກາ ໜີໄປທີ່ Maldives ເປັນທີ່ຮຽບຮ້ອຍແລ້ວ.

ຂ່າວຍັງໃຫ້ຮູ້ເພີ່ມເຕີມອີກວ່າ: ຂະນະນີ້ ປະທານາທິບໍດີ ສີລັງກາ ແລະ ພັນລະຍາ ກຳລັງຢູ່ໃນ Maldives ແລະ ອາດເປັນໄປໄດ້ວ່າຍັງຈະເດີນທາງຕໍ່ໄປລີ້ໄພຢູ່ໃນປະເທດໃດໜຶ່ງໃນອາຊີ.

ທ່ານ Gotabaya Rajapaksa ອາຍຸ 73 ປີ, ກ່ອນໜ້ານີ້ປະກາດວ່າຈະລາອອກຈາກຕຳແໜ່ງໃນວັນທີ 13 ກໍລະກົດ 2022 ນີ້, ເພື່ອມອບອຳນາດ ເປີດທາງໄປສູ່ສັນຕິພາບ ອັນເນື່ອງຈາກວ່າຂະບວນການປະທ້ວງຂອງປະຊາຊົນມີຄວາມຮຸນແຮງຫຼາຍຂຶ້ນ. ແຕ່ມາເຖິງຂະນະນີ້ ປະທານສະພາແຫ່ງຊາດສີລັງກາຍັງບໍ່ທັນໄດ້ຮັບໃບລາອອກຂອງປະທານາທິບໍດີ ສີລັງກາ. ແຫລ່ງຂ່າວຈາກຄົນໃກ້ສິດຂອງປະທານາທິບໍດີ ທ່ານ Rajapaksa ໃຫ້ຮູ້ວ່າ: “ຄໍ່າຄືນມື້ນີ້ເຂົາຈະສົ່ງໃບລາອອກ ມາໃຫ້ປະທານສະພາແຫ່ງຊາດ ສີລັງກາ”.